ພິທີປະກາດດັດຊະນີກຳລັງຄວາມສາ ມາດແກ້ງແຍ້ງຂັ້ນ ແຂວງ PCI 2011

(vovworld) - ຕອນ​ເຊົ້າ​ວັນ​ທີ 23/02 ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ປະກາດ​ດັດຊະນີ​ກຳລັງ​ຄວາມ​ສາມາດ​​ແກ້ງ​ແຍ້​ງຂັ້ນ​ແຂວງ (PCI) ປີ 2011. ນັບ​ແຕ່​ປີ 2005 ​ເປັນ​ຕົ້ນ​ໄປ, PCI ​ແມ່ນ​ການ​ສຳ​ຫລວດ​ປະຈຳ​ປີ​ຢ່າງຮອບດ້ານ​ທີ່​ສຸດ​ກ່ຽວ​ກັບ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂັ້ນ​ແຂວງ​ຢູ່ ຫວຽດນາມ ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ  VCCI ​ແລະ ​ໂຄງການ​ຂໍ້​ລິ​ເລີ່​ມ​ແກ້ງ​ແຍ້​ງຫວຽດນາມ ຂອງ USAID ​ໂດຍ​ມີ​ການ​ຫນູ​ນຊ່ວຍ​ຂອງ​ອົງການ​ພັດທະນາ​ສາກົນ ອາມ​ລິ​ກາ  USAID ໂດຍ​​ສ້າງ​ຂຶ້ນ ​ແລະ ປະຕິບັດ​ຈາກ​. PCI 2011 ສຳ​ຫລວດວິ​ສາ​ຫະກິດ ​ຫວຽດນາມ ເກືອບ 7000 ​ແຫ່ງ ຢູ່ທັງ 63 ​ແຂວງ ​ແລະ ນະຄອນ. ທ່ານ Francis Donovan ຜູ້ອຳນວຍການ​ອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:          “PCI ​ແມ່ນ​ຂໍ້​ລິ​ເລີ່​ມ​​ໂດຍ ອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ ​ແລະ ຫ້ອງການ​ການ​ຄ້າ ອຸດສາຫະກຳ​ຫວຽດນາມປະຕິບັດ.​ຈຸດປະສົງ​ຂອງ​ພວກ​ຂ້າພະ​ເຈົ້າ​​ແມ່ນຢາກ​ຊ່ວຍ​ໃຫ້​ບັນດາ​ແຂວງ​​​ຕີ​ລາຄາ​ຈຸດ​ເດ່ັ່ນ, ຈຸ​ດອ່ອນ ກໍ​ຄື​ກາລະ​ໂອກາດ ສິ່ງ​ທ້າ​ທາຍ, ຜ່ານ​ນັ້ນ ສາມາດ​ວາງ​ອອກ​ບັນດາ​ນະ​ໂຍບາຍ​ເໝາະ​ສົມ​ໃຫ້​ແກ່​ການ​ດຶງ​ດຸູດການ​ລົງທຶນ, ສ້າງ​ວຽກ​ເຮັດ​ງານ​ທຳ​ກໍ​ຄື​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.”

ພິທີປະກາດດັດຊະນີກຳລັງຄວາມສາ ມາດແກ້ງແຍ້ງຂັ້ນ ແຂວງ PCI 2011 - ảnh 1
ພາບປະກອບ (ຈາກ internet)

        ຕາມໝາກຜົນ​​ແຫ່ງການ​ປະກາດ PCI ຂັ້ນ​ແຂວງ​ໃນ​ວັນ​ທີ 23/2, ພາກ​ເຫນືອ ມີ​ແຂວງ ລ່າວ​ກາຍ ​ແລະ ບັກ​ນີນ, ພາກ​ໃຕ້​ມີ​ແຂວງ ລອງ​ອານ ຊຶ່ງ​ແມ່ນ​ບັນດາ​ແຂວງ​ເປັນ​ຄັ້ງ​ທຳ​ອິດ​ທີ່ນຳ​ຫນ້າ​ໃນ​ຕາ​ຕະລາງ​ຈັດ​ອັນ​ດັບ. ​ແລະ​ສອງ​ແຂວງອື່ນ​ຄື: ບີ່​ນ​ເຟືອ​ກ ​ແລະ ຮ່າ​ຕີ້​ງ ກໍ​ມີ​ຜົນງານ​ດີ​​ເດັ່ນ ​ແລະ​ຖືກ​ຈັດ​​ເຂົ້າ​ຫນ່ວຍ 10 ​ແຂວງ​ນຳ​ຫນ້າ PCI ປີ​ນີ້. ທ່ານ ຫວໍ​ຮົ່ງກື້ ປະທານ​ຄະນະ​ກຳມະການ ປຊຊ ​ແຂວງ ຮ່າ​ຕີ້​ງ ​ໃຫ້​ຮູ້​ວ່າ:   “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເພາະວ່າ ​ແຂວງ ຮ່າ​ຕິ້ງ​ຖືກ​ຈັດ​​ເຂົ້າ​ໃນ​ຈຳນວນ 10 ​ແຂວງ​ທີ່​ມີ ນຳ​ຫນ້າ PCI. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ການ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ, ​ເຂັ້ມ​ງວດ ​ແລະ ກ​ໍ​ແມ່ນ​ການ​ວັດ​ແທກ​ຂອງ​ວິວັດ​ການ​ສູ້​ຊົນ​ຢ່າງ​ຕັ້ງໝັ້ນ ​ແລະ  ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຂອງ​ທັງ​ລະບົບ​ການ​ເມືອງ, ຂອງ​ອົງຄະ​ນະ​ພັກ ​ແຂວງ ຮ່າ​ຕິ້ງ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ດີ​ເພື່ອ​ໃຫ້​ແຂວງ ສືບ​ຕໍ່​ດຶງ​ດຸດ​ການ​ລົງທຶນ ​ແລະ ພັດທະນາ​ບັນດາ​ຮູບ​ການ​ວິ​ສາ​ຫະກິດ, ພາກສ່ວນ​ເສດຖະກິດ.”

ຕອບກັບ

ຂ່າວ/ບົດ​ອື່ນ