ພິທີມອບ - ຮັບອັດຖິທະຫານ ອາເມລິກາ

(VOVWORLD) - ພາຍຫຼັງ 50 ປີຮ່ວມມືແກ້ໄຂບັນຫາ MIA, ມາຮອດປະຈຸບັນ, ຫວຽດນາມ ໄດ້ມອບອັດຖິກວ່າ 1.000 ຊຸດໃຫ້ແກ່ ອາເມລິກາ.
ພິທີມອບ - ຮັບອັດຖິທະຫານ ອາເມລິກາ - ảnh 1(ພິທີມອບ - ຮັບອັດຖິທະຫານ ອາເມລິກາ)

        ວັນທີ 10 ກັນຍາ, ຢູ່ ດ່ານັ້ງ, ໄດ້ຈັດພິທີມອບ - ຮັບອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ (MIA) ຄັ້ງທີ 168. ທີ່ພິທີ, ອົງການ ຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP) ໄດ້ມອບໃຫ້ຝ່າຍ ອາເມລິກາ ຫີບອັດຖິ, ເຊິ່ງບັນດານັກຊ່ຽວຊານນິຕິເວດຂອງ ຫວຽດນາມ ແລະ ອາເມລິກາ ໃຫ້ຂໍ້ສັງເກດວ່າ ສາມາດກ່ຽວຂ້ອງເຖິງທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ. ນີ້ແມ່ນໝາກຜົນການຊອກຫາລວມຄັ້ງທີ 156 (ເດືອນ ກໍລະກົດ - ກັນຍາ 2024).

        ການຮ່ວມມືຊອກຫາ ແລະ ມອບ - ຮັບອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມ (MIA) ໄດ້ຜັນຂະຫຍາຍພາຍຫຼັງສັນຍາປາຣີ ໄດ້ລົງນາມໃນວັນທີ 27 ມັງກອນ 1973. ພາຍຫຼັງ 50 ປີຮ່ວມມືແກ້ໄຂບັນຫາ MIA, ມາຮອດປະຈຸບັນ, ຫວຽດນາມ ໄດ້ມອບອັດຖິກວ່າ 1.000 ຊຸດໃຫ້ແກ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ