ພິທີມອບລາງວັນ “ເຄື່ອງໝາຍການຄ້າຄຳດ້ານສະບຽງອາຫານຫວຽດນາມ”

ພິທີມອບລາງວັນ “ເຄື່ອງໝາຍການຄ້າຄຳດ້ານສະບຽງອາຫານຫວຽດນາມ” - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
ເຂົ້າຮ່ວມພິທີມອບ​ລາງວັນ)


​(vovworld) – ພິທີ​ມອບ​ລາງວັນ “​ເຄື່ອງໝາຍ​ການ​ຄ້າ​ຄຳດ້ານສະບຽງ​ອາຫານ​ຫວຽດນາມ” ປີ 2014, ​ໂດຍກະຊວງ​ສາທາລະນະ​ສຸກ, ກະຊວງ​ອຸດສາຫະກຳ​ການ​ຄ້າ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສົມທົບ​ກັນ​ຈັດ​ຕັ້ງ, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 23/04, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ ຈັດ​ພິທີ​ມອບ​ລາງວັນ​ລະດັບ​ຊາດທີ່​ສະຫງວນ​ໃຫ້​ຂົງ​ເຂດສະບຽງ​ອາຫານ. ທີ່ພິທີມອບ​ລາງວັນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ ບັນຊີ​ລາຍ​ຊື່ 20 ເຄື່ອງໝາຍ​ການ​ຄ້າ​ຄຳດ້ານສະບຽງ​ອາຫານ​ຫວຽດນາມ ​ດີ​ເດັ່ນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເນັ້ນ​ໜັກ​ວ່າ: ລາງວັນເຄື່ອງໝາຍ​ການ​ຄ້າ​ຄຳດ້ານສະບຽງ​ອາຫານ​ຫວຽດນາມ ຈະ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ດຳ​ເນີນ​ທຸລະ​ກິດ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງກວ່າ ກ່ຽວ​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນສຳລັບ​ພາລະກິດ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ, ຢືດຄອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ຂະຫຍາຍອອກ​ສູ່​ຕະຫຼາດ​ສາກົນ, ພ້ອມ​ທັງ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ເອົາ​ໃຈ​ໃສ່​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ, ຄຸ້ມ​ຄອງ​ການບໍລິຫານ​​ຜະລິດ, ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສູງ.
ຂ່າວ/ບົດ​ອື່ນ