ພິທີມອບລາງວັນດາວຄຳດິນແດນຫວຽດນາ2015

ພິທີມອບລາງວັນດາວຄຳດິນແດນຫວຽດນາ2015 - ảnh 1
ພິທີ​ມອບ​ລາງວັນ​ດາວ​ຄຳ​ດິນ​ແດນ​ຫວຽດ ປີ 2015
(ພາບ: tienphong.vn)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 4/10, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະຊາວ​ໜຸ່ມກອມ​ມູນິດ ​ໂຮ່ຈີ​ມິນ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ, ສູນ​ກາງ​ສະມາ​ຄົມ​ນັກທຸລະກິດ​ໜຸ່ມ ຫວຽດນາມ  ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ດາວ​ຄຳ​ດິນ​ແດນ​ຫວຽດ ປີ 2015. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ຖື​ວ່າ: ປະ​ເທດ​ຊາດ​ພວມ​ເຊື່ອ​ມ​ໂຍງ​​ເຂົ້າກັບ​ພື້ນຖານ​ເສດຖະກິດ​ໂລກ, ສິ່ງ​ນີ້​ທັງ​ສ້າງ​​ບັນດາ​ກາລະ​ໂອກາດ, ​ແຕ່ ​ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ​ຕ່າງໆ. ​ດັ່ງ​ນັ້ນ ​ບັນດາວິ​ສາ​ຫະກິດ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ, ນຳ​ໃຊ້​ບັນດາ​ທ່າ​ໄດ້​ປຽກຈາກ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​. ​ໂດຍ​ຜ່ານ 3 ຮອບ​ຄັດ​ເລືອກ, 200 ​ເຄື່ອງໝາຍ​ການ​ຄ້າ​ທີ່​ດີ​ເດັ່ນ​ໄດ້​ຮັບ​ລາງວັນ​ດາວ​ຄຳ​ດິນ​ແດນ​ຫວຽດປີ 2015. ທ່ານ ຮີ່ງ​ເຫງ້ຍທ້ຽນ, ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່ ບໍລິສັດ​ຫຸ້ນ​ສ່ວນ​ເຫຼັກ​ກ້າ Vina One ​ແຂວງ ລອງ​ອານ, ວິ​ສາ​ຫະກິດ​ໄດ້​ຮັບ​ລາງວັນ​ໃຫ້​ຮູ້​ວ່າ:

        “ວິ​ສາ​ຫະກິດໄດ້​ມີຄວາມ​ກ້າວໜ້າ​ຫລາຍ​ຢ່າງ​ໃນ​ການປັງ​ປຸງ​ເຕັກ​ໂນ​ໂລ​ຢີ​ໃຫ້​ກ້າວໜ້າກ່ຽວ​ກັບ​ການ​ຜະລິດ​​ເຫຼັກ​ກ້າ ​ແລະ ພວມ​ເປີດ​ກ້ວາງ​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ​ສູ່​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ບັນດາ​ປະ​ເທດ​ຢູ່​ທະວີບ​ອົດສຕາ​ລີ, ທະວີບອາ​ເມ​ລິ​ກາ. ຍ້ອນວິ​ສາ​ຫະກິດ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ສາມາດ​ເປີດ​ກ້ວາງ​ຕະຫລາດ​ຢູ່​ຕ່າງປະ​ເທດ ຈາກ​ນັ້ນ​ຈະ​ຊ່ວຍ​ວິ​ສາ​ຫະກິດ​ເພີ່ມ​ປະລິມານການ​ຜະລິດ ​ແລະ ລາຍ​ຮັບ”.

 

ຂ່າວ/ບົດ​ອື່ນ