ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ  - ảnh 1
ທ່ານປະທານ​ປະ​ເທດ Truong Tan Sang ​ຢູ່ທີ່​ພິທີ​ສະ​​ເຫຼີ​ມສະຫຼອງ
( ພາບ: .chinhphu.vn )


(vovworld) – ຕອນ​ເຊົ້າ​ວັນ​ທີ 20/7, ຢູ່ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ຫວຽດນາມ​ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງກຳ​ລັງ​ຕຳຫຼວດ​ປະຊາຊົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຢືນຢັນ​ວ່າ: ​​ຕະຫຼອດ 50 ປີ ຜ່ານ​ມາ, ​ໃນ​ທຸກ​ໄລຍະ​ປະຕິ​ວັດ​​, ​ເມື່ອ​ປະ​ເທດ​ຊາດ​​ຍັງ​ຢູ່​ໃນ​ໄລຍະ​ສົງຄາມ ກໍ​ຄື​ໃນ​ສັນຕິພາບ, ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ, ​ສັບສົນ, ​ອັນຕະລາຍ, ຍາມ​ໃດກຳລັງ​ຕຳຫຼວດ​ປະຊາຊົນກໍ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ພັກ ​ແລະ ລັດ​ໄດ້​ມອບ​ໝາຍ​ໃຫ້, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ​​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ:

“ຕໍ່ໜ້າ​ສະພາບ​ການ​ຕົວ​ຈິງ​ນີ້ ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ປະຊາຊົນ ຕ້ອງ​ມີ​ຄຸນ​ນະ​ທາດ​ດ້ານ​ການ​​ເມືອງ​ທີ່​ໝັ້ນຄົງໜັກ​ແໜ້ນ, ປະຕິບັດ​ໜ້າ​ທີ່​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ, ລັດເປັນ​ຢ່າງ​ດີ, ພ້​ອມທັງເສີມຂະຫຍາຍບົດບາດ​ເປັນ​ແກ່ນສານ​, ປະຈັນບານ​ພ້ອມ​ກັບ​ປະຊາຊົນ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ, ຮັກສາ​ຄວາມ​ລະ​ບຽບຮຽກຮ້ອງ​ທາງ​ສັງ​ຄົມ”

ທ່ານ​ປະທານ​ປະ​ເທດ Truong Tan Sang ​ຢືນຢັນ​ວ່າ: ​​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ນີ້, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກໍ່ສ້າງ​ກ​ຳລັງ​ຕາມ​ທິດ​ເປັນ​ກຳລັງ​ຫຼວງທັນ​ສະ​ໄໝ ​ເທື່ອ​ລະ​ກ້າວ, ສືບ​ຕໍ່​​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຸນສົມບັດ​ປະ​ທານ ​ໂຮ່ຈີ​ມິ​ນ ຕິດ​ພັນ​ກັບ​ການ​ປະຕິບັດ ຄຳ​ສັ່ງສ​ອນ 6 ຂໍ້ຂອງ​ລຸງ​ໂຮ່ ທີ່​ມີ​ຕໍ່​ກຳລັງ​ຕຳຫຼວດ​ປະຊາຊົນ.​

ຕາງ​ໜ້າ​ໃຫ​້ການ​ນຳ​ພັກ, ລັດ ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ມອບ​ຫຼຽນ​​ໄຊ ​ໂຮ່ຈີ​ມິ​ນ ​ໃຫ​້​ແກ່​ກົມ​ໃຫຍ່​ຕຳຫຼວດ​ປ້ອງ​ກັນ ຕ້ານ​ອາດຊະຍາ​ກຳ ​ແລະ ກົມ​ໃຫຍ່ຕຳຫຼວດ​ຄຸ້ມ​ຄອງ​ບໍລິຫານ ກ່ຽວ​ກັບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ມອຍ​ຫຼຽນ​ໄຊ ​.​..​..​.​ ຊັ້ນ 1 ​ໃຫ້​ແກ່​ກົມ​ໃຫຍ່​ຕຳຫຼວດ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ສຳລັບໂທດ​ອາຍາ ​ແລະ ໜູນ​ຊ່ວຍ​ຍຸຕິ​ທຳ ​ແລະ ກອງບັນຊາ​ການ​ຕຳຫຼວດ​​ເຄື່ອນ​ທີ່.

ຂ່າວ/ບົດ​ອື່ນ