ພິທີສະເໜີຕົວສະຫະສະມາຄົມພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ຍີ່ປຸ່ນ

ພິທີສະເໜີຕົວສະຫະສະມາຄົມພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ຍີ່ປຸ່ນ - ảnh 1
ທ່ານ ໂງຮູ່ງເລີມ, ປະທານສະຫະສະມາຄົມ
(ພາບ: Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 27/1, ສະຫະ​ສະມາຄົມ​ພັດທະນາ​ເຄື່ອງ​ໝາຍການ​ຄ້າ ຫວຽດນາມ ປະຈຳ ຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເໜີ​ຕົວ​ຢູ່​ນະຄອນ Kisarazu ຂຶ້ນ​ກັບ​ແຂວງ Chiba, ​ເພື່ອ​ແນ​ໃສ່​ລະດົມ​ພຸມປັນ​ຍາ, ກຳລັງ​ເຫື່ອ​ແຮງ​ຂອງ​ບັນດາ​ສະມາຊິກ ​ເພື່ອ​ຊອກ​ຫາ​ວິທີ​ຍົກ​ສູງ​ຄຸນ​ນະພາ​ບສິນ​ຄ້າ ຫວຽດນາມ, ຊອກ​ຫາ​ຕະຫຼາດ ຍີ່ປຸ່ນ ຢ່າງ​ລະອຽດ, ​ເພື່ອ​ນັບ​ມື້​ນັບ​ມີ​ສິນຄ້າ ຫວຽດນາມ ຫຼາຍ​ປະ​ເພດ​ໄດ້​ຮັບ​ການ​ຈຳໜ່າຍຢູ່​ຕະຫຼາດ​​ໃຫຍ່​ນີ້. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາງອັກຄະ​ລັດຖະທູດ ຫງວຽນ​​ເຟືອງ​ຮົ່ງ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ເປັນ​ສັກຂີ​ພິຍານ​ການ​ສ້າງ​ຕັ້ງ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຂອງ​ຊາວ ຫວຽດນາມ ​​ໃນ​ເຂດ​ດິນ​ແດນ ຍີ່ປຸ່ນ ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ການ​ຄ້າລະຫວ່າງ 2 ປະ​ເທດ. ຕາມ​ທ່ານ​ນາງອັກ​ຄະ​ລັດຖະທູດ ​ແລ້ວ, 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ທີ່​ອາດ​ຈະ​ຂຸດ​ຄົ້ນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ນາງ ຫງວຽນ​ເຟືອງ​ຮົ່ງ ກໍ່​ເນັ້ນ​ໜັກ​ວ່າ: ທາງສະຖານທູດຈະ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​​ໃນ​ລະດັບ​ສູງສຸດ​ໃນການ​ເຄື່ອນ​ໄຫວ​ຂອງ​ສະຫະ​ສະມາຄົມ ​ແລະ ຫວັງ​ວ່າ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແຂວງ Chiba, ບັນດາ​ອົງການ​ວິ​ສາ​ຫະກິດ, ອົງການ​ບໍ່​ຂຶ້ນ​ກັບ ລັດຖະບານ ​ແລະ ສະມາຄົມ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ໃນ​ການໜູນ​ຊ່ວຍ​ສະຫະ​ສະມາຄົມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ