ພິ​ທີ​ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ເຄືອ​ຂ່າຍ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີສາດ​ທົ່ວ​ໂລກ UNESCO ເຂດ​ອາ​ຊີ - ປາ​ຊີ​ຟິກ

(VOVWORLD) - ຖະແຫຼງການ ກາວບັ່ງ ໄດ້ຊີ້ແຈ້ງວ່າເອກະສານໄດ້ເຊັນໃນສະພາບການຜົນກະທົບຂອງພາຍຸ Yagi, ດັ່ງນັ້ນ, ປະຊາຄົມ APGN ຮັບຮູ້ໄດ້ວ່າ ຈຳເປັນຕ້ອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມຂອງໜ່ວຍໂລກ.
ພິ​ທີ​ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ເຄືອ​ຂ່າຍ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີສາດ​ທົ່ວ​ໂລກ UNESCO ເຂດ​ອາ​ຊີ - ປາ​ຊີ​ຟິກ - ảnh 1ກອງປະຊຸມສາກົນຄັ້ງທີ 8 ເຄືອຂ່າຍສວນສາທາລະນະທໍລະນີສາດ ທົ່ວໂລກ UNESCO ເຂດອາຊີ - ປາຊີຟິກ (APGN) 

ຕອນບ່າຍວັນທີ 15 ກັນຍາ, ພາຍຫຼັງດຳເນີນມາເປັນເວລາ ໜຶ່ງອາທິດ (8 – 15 ກັນຍາ), ຢູ່ກາວບັ່ງ,ກອງປະຊຸມສາກົນຄັ້ງທີ 8 ເຄືອຂ່າຍສວນສາທາລະນະທໍລະນີສາດ ທົ່ວໂລກ UNESCO ເຂດອາຊີ - ປາຊີຟິກ (APGN) ປີນີ້ໄດ້ອັດລົງ. ດ້ວຍຫົວຂໍ້ “ປະຊາຄົມທ້ອງຖິ່ນ ແລະ ການພັດທະນາແບບຍືນຍົງໃນເຂດສວນສາທາລະນະທໍລະນີສາດ”, ຜູ້ແທນ 800 ຄົນທີ່ມາຈາກ 19 ປະເທດ ໄດ້ມີຫຼາຍບົດກ່າວປາໄສກ່ຽວກັບການເຄື່ອນໄຫວຂອງສວນສາທາລະນະທໍລະນີສາດ, ພິເສດແມ່ນການເຂົ້າຮ່ວມຂອງຊາວໜຸ່ມດ້ວຍການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງປະກອບສ່ວນແບ່ງປັນພູມປັນຍາ, ບົດຮຽນປະສົບການ; ບັນດາຂໍ້ສະເໜີແນະຈາກຫຼາຍປະເທດກ່ຽວກັບສວນສາທາລະນະລັດ ເພື່ອຮ່ຳຮຽນເຊິ່ງກັນແລະກັນ.

ຖະແຫຼງການກາວບັ່ງ ກໍ່ໄດ້ຮັບຮອງເອົາຢູ່ພິທີອັດ. ຖະແຫຼງການໄດ້ຊີ້ແຈ້ງວ່າເອກະສານໄດ້ເຊັນໃນສະພາບການຜົນກະທົບຂອງພາຍຸ Yagi, ດັ່ງນັ້ນ, ປະຊາຄົມ APGN ຮັບຮູ້ໄດ້ວ່າ ຈຳເປັນຕ້ອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມຂອງໜ່ວຍໂລກ. ຖະແຫຼງການຍົກໃຫ້ເຫັນຢ່າງຈະແຈ້ງ ເຖິງບົດບາດສຳຄັນຂອງບັນດາສວນສາທາລະນະທໍລິນີສາດ ທົ່ວໂລກ ໃນການຊຸກຍູ້ການພັດທະນາແບບຍືນຍົງ ແລະ ຫຼໍ່ລ້ຽງການພົວພັນຢ່າງກົມກ່ຽວລະຫວ່າງມວນມະນຸດ ແລະ ທຳມະຊາດ, ໃນນັ້ນເນັ້ນໜັ້ກເຖິງຈິດໃຈ “ຖືປະຊາຊົນເປັນໃຈກາງ” ໃນບັນດາການເຄື່ອນໄຫວຂອງເຄືອຂ່າຍສວນສາທາລະນະທໍລະນີສາດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ