ພິ​ທີອອກ​ເຄື່ອນພົນດຳ​ເນີນ​ບັ້ນ​ເຄື່ອນ​ໄຫວ​ຊາວ​ໜຸມອ​າ​ສາ​ສະ​ໝັກລະ​ດູ​ຮ້ອນ​ປີ 2021 ຖືກ​ຈັດ​ຂຶ້ນ​ຢູ່ຫຼາຍ​ທ້ອ​ງ​ຖິ່ນ​ໃນ​ທົ່ວ​ປະ​ເທດ

(VOVWORLD) - ວັນທີ 11 ມິຖຸນາ, ຢູ່ຕາແສງ ອີອາ ອຸຍ, ເມືອງ ເກີຣົງປັກ, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຈັດຕັ້ງພິທີອອກເຄື່ອນພົນດຳເນີນບັ້ນເຄື່ອນໄຫວ ຊາວໜຸ່ມອາສາສະໝັກລະດູຮ້ອນປີ 2021 ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອວົງຄະນະຍາດ.
ພິ​ທີອອກ​ເຄື່ອນພົນດຳ​ເນີນ​ບັ້ນ​ເຄື່ອນ​ໄຫວ​ຊາວ​ໜຸມອ​າ​ສາ​ສະ​ໝັກລະ​ດູ​ຮ້ອນ​ປີ 2021 ຖືກ​ຈັດ​ຂຶ້ນ​ຢູ່ຫຼາຍ​ທ້ອ​ງ​ຖິ່ນ​ໃນ​ທົ່ວ​ປະ​ເທດ - ảnh 1ພິທີປຸກລະດົມ "ບັ້ນດຳເນີນການເຄື່ອນໄຫວຊາວໜຸ່ມອາສາສະໝັກ ປີ 2021" (ພາບ: VGP)

ພິທີອອກເຄື່ອນພົນດຳເນີນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນ ແຂວງ ດັກລັກປີ 2021 ຖືກຈັດຂຶ້ນດ້ວຍບັນດາການເຄື່ອນໄຫວຄື: ປຸກລະດົມການກໍ່ສ້າງເຮືອນແຫ່ງເມດຕາປານີ ໜຶ່ງຫຼັງ ແລະ ເດີ່ນບານສົ່ງໜຶ່ງເດີ່ນ, ກໍ່ສ້າງທາງ ແລະ ຕິດຕັ້ງລະບົບດອກໄຟທາງຊົນນະບົດຍາວ 1 km; ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ 30 ຄອບຄົວ; ໂຄສະນາກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ກົດໝາຍ, ແຈກຢາຍຜ້າອັດປາກອັດດັງ….

        ແລະກໍໃນຕອນເຊົ້າວັນທີ 11 ມິຖຸນາ, ຄະນະຊາວໜຸ່ມຂັ້ນແຂວງ, ເມືອງ, ຕາແສງ ແລະ ຄະນະຊາວໜຸ່ມຂຶ້ນກັບແຂວງ ດັກລັກ ໄດ້ພ້ອມກັນຈັດຕັ້ງພິທີອອກເຄື່ອນພົນດຳເນີນບັ້ນເຄື່ອນໄຫວຊາວໜຸ່ມ ອາສາສະໝັກລະດູຮ້ອນປີ 2021. ອ້າຍ ອີເລປາສເຕີ, ຮອງເລຂາຜູ້ປະຈຳການຄະນະຊາວໜຸ່ມແຂວງ ດັກລັກໃຫ້ຮູ້ວ່າ:

        “ບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນ 2021 ປີນີ້ ຈະເລັ່ງໃສ່ລວງເລິກກວ່າທຸກໆປີ, ພິເສດແມ່ນ ກຳລັງເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ກໍ່ສ້າງອົງການຈັດຕັ້ງຄະນະຊາວໜຸ່ມ, ອົບຮົມບຳລຸງສະມາຊິກຊາວໜຸ່ມດີເດັ່ນ ເພື່ອໃຫ້ອົງການຈັດຕັ້ງພັກ ພິຈາລະນາ ຮັບເປັນສະມາຊິກພັກ. ນອກຈາກນັ້ນ, ກໍພະຍາຍາມປະຕິບັດຕາມຫົວຂໍ້ປີ 2021 ແມ່ນປີຊາວໜຸ່ມເລີ່ມຕົ້ນທຸລະກິດ, ກໍ່ຮ່າງສ້າງຕົວ ເຊິ່ງຄະນະປະຈຳ ຄະນະຊາວໜຸ່ມແຂວງໄດ້ຮັບຮອງເອົາ. ຜ່ານບັ້ນເຄື່ອນໄຫວນີ້ ຈະພະຍາຍາມສຸມໃສ່ຊ່ວຍເຫຼືອບັນດາແຫຼ່ງກຳລັງ, ເຊື່ອມຕໍ່, ເປັນຂົວຕໍ່ຊ່ວຍໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມຜ່ານມາຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດໂຄວິດ - 19”.

        ດ້ວຍເນື້ອໃນຈິດໃຈປະຈັນບານ “ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານມາ, ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ”, ວັນທີ 11 ມິຖຸນາ, ຢູ່ເມືອງ ເຟືອກເຊິນ, ແຂວງ ກວ໋າງນາມ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີອອກເຄື່ອນພົນ ບັ້ນເຄື່ອນໄຫວອາສາສະໝັກຂຽວປີ 2021. ບັ້ນເຄື່ອນໄຫວນີ້ ຈະດຳເນີນແຕ່ວັນທີ 11 ມິຖຸນາ ຫາວັນທີ 31 ສິງຫາ ປີ 2021 ເພື່ອປຸກລະດົມທຸກແຫຼ່ງກຳລັງພ້ອມກັນການຮ່ວມແຮງຮ່ວມໃຈ ແລະ ການປະຈັນບານຂອງໄວໜຸ່ມ ເຂົ້າຮ່ວມການສ້າງຊົນນະບົດໃໝ່, ຕົວເມືອງອັດສະລິຍະ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຄວາມປອດໄພທາງຄົມມະນາຄົມ ແລະ ການຊ່ວຍໜູນສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ