ພິທີເປີດ ແລະ ມອບ-ຮັບ ສະຖານີວິທະຍຸ ແລະ ໂທລະພາບ ແຂວງໄຊສົມບູນ

(VOVWORLD) -ຕອນເຊົ້າວັນທີ 29 ມັງກອນນີ້, ຢູ່ແຂວງໄຊສົມບູນ, ໄດ້ຈັດພິທີເປີດ ແລະ ມອບຮັບສະຖານີວິທະຍຸ ແລະ ໂທລະພາບແຂວງໄຊສົມບູນ - ໂຄງການທີ່ນຳໃຊ້ທຶນຊ່ວຍເຫຼືອລ້າ ຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວໂດຍວິທະຍຸກະຈາຍສຽງຫວຽດນາມເປັນເຈົ້າຂອງໂຄງການ
ພິທີເປີດ ແລະ ມອບ-ຮັບ ສະຖານີວິທະຍຸ ແລະ ໂທລະພາບ ແຂວງໄຊສົມບູນ - ảnh 1

ພິທີມອບ-ຮັບ ສະຖານີວິທະຍຸ ແລະ ໂທລະພາບ ແຂວງໄຊສົມບູນ

     ກ່າວຄຳເຫັນທີ່ພິທີ, ທ່ານ ເຈີ່ນມິນຮຸ່ງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຢືນຢັນວ່າ: ໂຄງການແມ່ນໝາກຜົນແຫ່ງຄວາມມານະພະຍາຍາມ, ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຢ່າງສູງຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ກະຊວງ. ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ວິທະຍຸກະຈາຍສຽງ ຫວຽດນາມ ພ້ອມກັບການໜູນຊ່ວຍ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຜູ້ຮັບເໝົາກໍ່ສ້າງ ແລະ ທ້ອງຖິ່ນ; ພວກເຮົາເຊື່ອໝັ້ນວ່າ ສະຖານີວິທະຍຸ ແລະ ໂທລະພາບ ແຂວງໄຊສົມບູນ ເມື່ອເຂົ້າສູ່ການເຄື່ອນໄຫວ ຈະສ້າງບາດກ້າວພັດທະນາຢ່າງແຂງແຮງໃນວຽກງານສື່ມວນຊົນຂອງແຂວງ.

      ກ່າວຮັບໂຄງການດັ່ງກ່າວ, ທ່ານ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໆ ໄຊສົມບູນ ກ່າວວ່າ: ໂຄງການກໍ່ສ້າງສະຖານີວິທະຍຸ ແລະໂທລະພາບ ແຂວງໄຊສົມບູນ ໄດ້ປະກອບ ສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ນີ້ແມ່ນກຳລັງໜູນເພື່ອໃຫ້ອຳນາດການປົກຄອງແຂວງ ສືບຕໍ່ປະຕິບັດໜ້າທີ່ການເມືອງຢູ່ຂັ້ນສູງກ່ວາ.

   ໂຄງການສະຖານີວິທະຍຸ-ໂລະພາບແຂວງໄຊສົມບູນ ຈະໄດ້ຮັບການຜັນຂະຫຍາຍປະຕິບັດແຕ່ປີ 2019 ຫາ 2023 ດ້ວຍຍອດຈຳນວນເງິນລົງທຶນກວ່າ 118 ຕື້ດົ່ງ (ກວ່າ 4,8 ລ້ານ USD).

ຕອບກັບ

ຂ່າວ/ບົດ​ອື່ນ