ພິທີເລີ່ນເຄື່ອນໄຫວເດືອນຊາວໜຸ່ມ ປີ 2024 ແລະ ບຸນເຕັດປູກຕົ້ນໄມ້ປີມະໂລງ 2024

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ຄະນະຊາວໜຸ່ມທຸກຂັ້ນ ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ປະດິດຄິດສ້າງໃນການເລືອກເອົາເນື້ອໃນ, ຈັດບັນດາການເຄື່ອນໄຫວໃນເດືອນຊາວໜຸ່ມ
ພິທີເລີ່ນເຄື່ອນໄຫວເດືອນຊາວໜຸ່ມ ປີ 2024 ແລະ ບຸນເຕັດປູກຕົ້ນໄມ້ປີມະໂລງ 2024 - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີ)

ຕອນເຊົ້າວັນທີ 25 ກຸມພາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ຈວງບົ່ນ, ເມືອງ ໂດເລືອງ, ແຂວງ ເງະອານ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມ ປີ 2024 ແລະ ບຸນເຕັດປູກຕົ້ນໄມ້ປີມະໂລງ 2024.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງເລື່ອງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ເລືອກເອົາຫົວຂໍ້ເພື່ອປະຕິບັດງານປີ 2024 ແມ່ນ “ປີຊາວໜຸ່ມອາສາສະໝັກ” ກຳນົດເຈົ້າກຳເດືອນຊາວໜຸ່ມປີ 2024 ແມ່ນ “ຊາວໜຸ່ມປະຈັນບານອາສາສະໝັກເພື່ອການດຳລົງຊີວິດປະຊາຄົມ”. ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ຄະນະຊາວໜຸ່ມທຸກຂັ້ນ ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ປະດິດຄິດສ້າງໃນການເລືອກເອົາເນື້ອໃນ, ຈັດບັນດາການເຄື່ອນໄຫວໃນເດືອນຊາວໜຸ່ມ, ຈານນັ້ນ, ສືບຕໍ່ພັດທະນາບັນດາການເຄື່ອນໄຫວໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບຂອງຂວັນໃຫ້ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນປະຊາຊົນຊາວເຜົ່າສ່ວນໜ້ອຍ; ນັກຮຽນປະສົບກັບຄວາມຫຍຸ້ງຍາກບືນຕົວຂຶ້ນໃນການຮ່ຳຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ