ພິທີເລີ່ມລົງມືກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ

(VOVWORLD) - ວັນທີ 13 ທັນວາ, ຢູ່ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ປະເທດ ລາວ,
ພິທີເລີ່ມລົງມືກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ - ảnh 1 ພິທີເລີ່ມລົງມືກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ

ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ ຂອງຂວັນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເນື່ອງໃນໂອກາດທ່ານໄປຢ້ຽມຢາມມິດຕະພາບປະເທດ ລາວ ຢ່າງເປັນທາງການເມື່ອເດືອນ ພະຈິກ 2016.

        ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ ມີຍອດເງິນລົງທຶນ 30 ຕື້ດົ່ງ, ມີເນື້ອທີ່ກໍ່ສ້າງແມ່ນ 2.126 ຕາແມັດ, ລວມມີອາຄານ 4 ຊັ້ນ, ດ້ວຍຫ້ອງຮຽນ 8 ຫ້ອງ, ຫ້ອງທົດລອງ 2 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງຄະນະອຳນວຍການ ແລະ ຄູອາຈານ 8 ຫ້ອງ ແລະ ບັນດາເຄື່ອງອຸປະກອນພ້ອມດ້ວຍ.

        ຄາດຄະເນວ່າ ກິດຈະກຳຈະສຳເລັດການກໍ່ສ້າງ ແລະ ມອບຮັບກ່ອນທີ່ເຂົ້າສົກຮຽນໃໝ່ 2018 – 2019 ຂອງ ລາວ, ໝາຍຄວາມວ່າ ປະມານທ້າຍເດືອນ ສິງຫາ 2018.

  

ຕອບກັບ

ຂ່າວ/ບົດ​ອື່ນ