ພິທີໄຂການແຂ່ງຂັນຊີງຊະນະເລີດກິລາ ມວຍ Vovinam ທົ່ວປະເທດໃນປີ 2019

(VOVWORLD) -ການແຂ່ງຂັນຊີງຊະນະເລີດກິລາມວຍ Vovinam ທົ່ວປະເທດຄັ້ງທີ 17 ປີ 2019 ຖືກໄຂຂຶ້ນຢູ່ ນະຄອນ ແຣກຢ໊າ, ແຂວງກຽນຢາງຂອງຫວຽດນາມຕອນຄໍ່າວັນທີ 13 ມິຖຸນາ
ພິທີໄຂການແຂ່ງຂັນຊີງຊະນະເລີດກິລາ ມວຍ Vovinam ທົ່ວປະເທດໃນປີ 2019 - ảnh 1ການແຂ່ງຂັນ ແມ່ນເພື່ອຈຸດປະສົງ ຕີລາຄາການພັດທະນາຂອງຂະບວນການຝຶກແອບກິລາມວຍ Vovinam ໃນທົ່ວປະເທດ (ພາບ: thanhnien.vn)

 ຕອນຄໍ່າວັນທີ 13 ມິຖຸນາ, ການແຂ່ງຂັນຊີງຊະນະເລີດກິລາມວຍ Vovinam ທົ່ວປະເທດຄັ້ງທີ 17 ປີ 2019 ຖືກໄຂຂຶ້ນຢູ່ ນະຄອນ ແຣກຢ໊າ, ແຂວງກຽນຢາງຂອງຫວຽດນາມ. ການແຂ່ງຂັນດັ່ງກ່າວໂດຍກົມໃຫຍ່ກິລາກາຍະກໍາ ແລະ ສະຫະພັນມວຍ Vovinam ຫວຽດນາມ ໄດ້ສົມທົບກັບພະແນກວັດທະນະທໍາ - ກິລາ ແຂວງກຽນຢາງ ຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ແຫ່ງວັນສ້າງຕັ້ງກິລາມວຍ Vovinam - ຫວຽດຫວໍ໊ດ້າວ (1938 – 2019). ການແຂ່ງຂັນດັ່ງກ່າວຖືກດໍາເນີນໃນລະຫວ່າງວັນທີ 13 – 16 ມິຖຸນາ ຢູ່ເດີ່ນຮົ່ມ ແຂວງກຽນຢາງ ແລະ ໄດ້ດຶງດູດນັກກິລາ 668 ຄົນທີ່ມາຈາກ 34 ແຂວງ, ນະຄອນໃນທົ່ວປະເທດມາເຂົ້າຮ່ວມ. ການແຂ່ງຂັນຊີງຊະນະເລີດກິລາມວຍ Vovinam ທົ່ວປະເທດຄັ້ງທີ 17 ປີ 2019 ແມ່ນເພື່ອຈຸດປະສົງ ຕີລາຄາການພັດທະນາຂອງຂະບວນການຝຶກແອບກິລາມວຍ Vovinam ໃນທົ່ວປະເທດ; ພ້ອມທັງສ້າງເງື່ອນໄຂໃຫ້ບັນດານັກກິລາໜຸ່ມມີເງື່ອນໄຂແຂ່ງຂັນ, ພົບປະແລກປ່ຽນ, ຍົກສູງລະດັບເຕັກນິກ ແລະ ຍຸດທະວິທີ. ນີ້ ກໍແມ່ນໂອກາດກວດກາກໍາລັງ ເພື່ອກະກຽມບໍາລຸງສ້າງນັກກິລາ ເຂົ້າຮ່ວມ Sea Games ຄັ້ງທີ 31  ເຊິ່ງຈະໄດ້ຈັດຕັ້ງຢູ່ຫວຽດນາມໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ