ພິທີ​ໄວ້ອາ​ໄລ​​, ເຄົາລົບ​ສົບ ​ແລະ ​ປົງ​ສົບ​ ທ່ານ​ອະດີດ​​ເລຂາທິການ​ໃຫຍ່ ​ເລຂ໋າຟຽວ

(VOVWORLD) -      ເວລາ 12 ໂມງ 30 ນາທີ ຂອງວັນທີ 15 ສິງຫາ, ທີ່ຫໍທໍາງານສົບແຫ່ງຊາດ, ຢູ່ເຮືອນເລກທີ 5, ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດເທດຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ, ເຄົາລົບສົບ, ສັ່ງລາທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ໃຫ້ໄປສູ່ສຸຂະຕິ ຂຶ້ນຢ່າງສົມກຽດ. ໃນຈຸດເວລາດຽວກັນນີ້, ພິທີໄວ້ອາໄລ, ເຄົາລົບສົບກໍຖືກດໍາເນີນຢູ່ສະໂມສອນທົ໊ງເຍິດ (ນະຄອນໂຮ່ຈີມິນ) ແລະ ສະໂມສອນ 25B, ຖະໜົນກວາງຈຸງ, ນະຄອນແທັງຮວ໊າ, ແຂວງແທັງຮວ໊າ.
ພິທີ​ໄວ້ອາ​ໄລ​​, ເຄົາລົບ​ສົບ ​ແລະ ​ປົງ​ສົບ​ ທ່ານ​ອະດີດ​​ເລຂາທິການ​ໃຫຍ່ ​ເລຂ໋າຟຽວ - ảnh 1ພິທີໄວ້ອາໄລ, ເຄົາລົບສົບ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຈັດຂຶ້ນຢ່າງສົມກຽດ 

        ເຂົ້າຮ່ວມພິທີໄວ້ອາໄລ, ເຄົາລົບສົບ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຢູ່ຫໍທໍາງານສົບແຫ່ງຊາດ ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ບັນດາອະດີດການນໍາພັກ, ລັດ ແລະ ນັກປະຕິວັດຜູ້ອາວຸໂສຫຼາຍທ່ານ.

        ກ່າວບົດສະດຸດີຢູ່ພິທີໄວ້ອາໄລ, ເຄົາລົບສົບ, ທ່ານ ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ແມ່ນການສູນເສຍຢ່າງໃຫຍ່ຫຼວງສໍາລັບພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ຫວນຄືນໄລຍະແຫ່ງການເຄື່ອນໄຫວປະຕິວັດ, ການເຄື່ອນໄຫວໃນກອງທັບຂອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ກໍຄື ການເຂົ້າຮ່ວມ ໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງ ພັກກອມມູນິດຫວຽດນາມ, ສະມາຊິກສະພາແຫ່ງຊາດ ຫວຽດນາມ... ບໍ່ວ່າຈະຢູ່ໃນຖານະຕໍາແໜ່ງໃດກໍຕາມ, ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ລ້ວນແຕ່ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໄດ້ດີທີ່ສຸດ. ທ່ານກ່າວວ່າ:

        “ໃນຖານະເປັນເລຂາທິການໃຫຍ່, ດ້ວຍຫຼາຍປະສົບການໃນພຶດຕິກໍາຕົວຈິງ, ສະຫາຍ ເລຂ໋າຟຽວ ຍາມໃດກໍມີຄວາມເອົາໃຈໃສ່ເຖິງວຽກງານກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ ພ້ອມກັບໝູ່ຄະນະໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງ ຍົກສູງນໍ້າໃຈຄວາມສາມັກຄີ, ການຊີ້ນໍານໍາພາຂອງທົ່ວພັກ, ທົ່ວປວງຊົນ ແລະ ບັນລຸໝາກຜົນທີ່ຍິ່ງໃຫຍ່ຫຼາຍຢ່າງໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໂດຍເປັນຜູ້ນໍາສູງສຸດຂອງພັກ, ໃນແຕ່ລະໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຍາມໃດສະຫາຍ ກໍຍົກສູງລັກສະນະນໍາໜ້າ, ເປັນແບບຢ່າງ ແລະ ຮັກສາຄວາມສາມັກຄີພາຍໃນພັກ, ສະໜິດຕິດພັນກັບປະຊາຊົນ, ໃກ້ຊິດຕິດແທດກັບທ້ອງຖິ່ນ ແລະ ໄດ້ຮັບຄວາມຮັກແພງຈາກເພື່ອນມິດສະຫາຍ, ພໍ່ແມ່ປະຊາຊົນ ແລະ ຄວາມເຄົາລົບຈາກເພື່ອນມິດສາກົນ. ຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງສະຫາຍ ເລຂ໋າຟຽວ ແມ່ນແບບຢ່າງອັນໃສແຈ້ງ ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ເພື່ອນມິດສະຫາຍປະຕິບັດຕາມ”.

        ໃນຕອນບ່າຍຂອງວັນດຽວກັນ, ພິທີປົງສົບ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຖືກຈັດຂຶ້ນຢ່າງສົມກຽດຢູ່ສຸສານ ມາຍຢິກ, ຮ່າໂນ້ຍ./. 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ