ພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ ຖືກ​ຈັດຂຶ້ນຢ່າງສົມກຽດ

(VOVWORLD) - ໃນຂະນະນັ້ນ, ເລີ່ມແຕ່ວັນທີ 26 ກັນຍາ ຮອດວັນທີ 27 ກັນຍາ, ບັນດາອົງການ, ສຳນັກງານຕ່າງໆຢູ່ ຫວຽດນາມ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດໄດ້ລົດທຸງລົງເຄິ່ງເສົາ.

ຕອນເຊົ້າວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ສຳນັກງານປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີສົບລະດັບຊາດທ່ານປະທານປະເທດ ເຈິ່ນດ້າຍກວາງ. ຄະນະຈັດຕັ້ງພິທີສົບລວມມີສະມາຊິກ 37 ທ່ານໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະ.

        ເວລາ 7 ໂມງຕອນເຊົ້າວັນທີ 26 ກັນຍາ, ພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ຫໍຈັດພິທີສົບແຫ່ງຊາດເຮືອນເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ (ສະຖານທີ່ວາງໂລງສົບ); ຫໍປະຊຸມເອກະພາບ (ນະຄອນ ໂຮ່ຈີມິນ) ແລະ ຫໍປະຊຸມຂອງຄະນະກຳມະການປະຊາຊົນເມືອງ ກິມເຊີນ, ແຂວງ ນີງບິ່ງ (ເຊິ່ງເປັນບ້ານເກີດເມືອງນອນຂອງເພິ່ນ).

ພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ ຖືກ​ຈັດຂຶ້ນຢ່າງສົມກຽດ - ảnh 1 ຄະນະຜູ້ແທນ ສປປ ລາວ ໂດຍທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງ, ຮອງປະທານປະເທດ ນຳໜ້າ

        ທຳອິດແມ່ນຄະນະ ຜູ້ຕາງໜ້າຄອບຄົວທ່ານປະທານປະເທດເຈິ່ນດ້າຍກວາງ ເຂົ້າໄວ້ອາໄລ. ຈາກນັ້ນ, ແມ່ນຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເປັນຫົວໜ້າຄະນະ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະລັດຖະບານ. ຄະນະຜູ້ແທນສະພາແຫ່ງຊາດໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນຫົວໜ້າຄະນະ. ຄະນະຜູ້ແທນສຳນັກງານປະທານປະເທດ ສສ ຫວຽດນາມ ໂດຍທ່ານນາງຜູ້ວ່າການປະທານປະເທດ ດັ້ງທິງອັກທິງ ເປັນຫົວໜ້າຄະນະ. ຖັດຈາກນັ້ນ, ແມ່ນຄະນະຜູ້ແທນສູນກາງແນວໂຮມປະເທດຊາດ ຫວຽດນາມ. ຄະນະຜູ້ແທນຄະນະພັກການທະຫານສູນກາງກະຊວງປ້ອງກັນປະເທດ ໂດຍພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນຫົວໜ້າຄະນະ. ຄະນະພັກຕຳຫຼວດສູນກາງ ໂດຍທ່ານພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດນຳໜ້າເຂົ້າໄວ້ອາໄລ.

        ເມື່ອຂຽນໃສ່ປື້ມໄວ້ອາໄລ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມໂສກເສົ້າເສຍດາຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ເຊິ່ງແມ່ນຜູ້ນຳທີ່ມີການອຸທິດສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດອັດສະຫງ່າລາສີຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ແມ່ນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ໃນພາລະກິດແຫ່ງການປະຕິບັດງານຂອງຕົນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກເພື່ອປະຕິບັດສຳເລັດໜ້າທີ່ໂດຍພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ.

ພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ ຖືກ​ຈັດຂຶ້ນຢ່າງສົມກຽດ - ảnh 2ຄະນະຜູ້ແທນລາຊະອານາຈັກ ກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີ Hunsen ນຳໜ້າເຂົ້າໄວ້ອາໄລ

        ກໍ່ໃນວັນທີ 26 ກັນຍາ, ມີຄະນະຜູ້ແທນຫຼາຍຄະນະຈາກບັນດາອົງການ, ຄະນະ, ຂະແໜງການ, ອົງການຈັດຕັ້ງ, ອົງການຈັດຕັ້ງຂອງສູນກາງ, ບັນດາທ້ອງຖິ່ນໃນທົ່ວປະເທດ ແລະ ເພື່ອນມິດສາກົນໄດ້ເຂົ້າໄວ້ອາໄລທ່ານປະທານປະເທດເຈິ່ນດ້າຍກວາງ.

        ຄະນະຜູ້ແທນຂັ້ນສູງພັກ, ລັດແຫ່ງ ສປປ ລາວ ໂດຍທ່ານ ຄຳພັນ ວິພາວັນ, ກຳມະການກົມການເມືອງ, ຮອງປະທານປະເທດ ນຳໜ້າ; ຄະນະການນຳກຳປູເຈຍໂດຍທ່ານນາຍົກລັດຖະມົນຕີ Hunsen ນຳໜ້າເຂົ້າໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ. ຄະນະຜູ້ແທນ ສ. ເກົາຫຼີ ໂດຍທ່ານນາຍົກລັດຖະມົນຕີ Lee Nak Yon ເປັນຫົວໜ້າຄະນະ, ຄະນະຜູ້ແທນ ສ. ສິງກະໂປ ໂດຍທ່ານ Teo Chee Hean, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຜູ້ປະສານງານດ້ານປ້ອງກັນປະເທດແຫ່ງຊາດ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ.

ໃນວັນທີ 26 – 27 ກັນຍາ, ສະຖານທູດ ຫວຽດນາມ ຢູ່ປະເທດຕ່າງໆກໍ່ໄດ້ຈັດພິທີໄວ້ອາໄລທ່ານປະທານປະເທດເຈິ່ນດ້າຍກວາງ.

        ໃນຂະນະນັ້ນ, ເລີ່ມແຕ່ວັນທີ 26 ກັນຍາ ຮອດວັນທີ 27 ກັນຍາ, ບັນດາອົງການ, ສຳນັກງານຕ່າງໆຢູ່ ຫວຽດນາມ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດໄດ້ລົດທຸງລົງເຄິ່ງເສົາ. ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງສູນກາງ, ບັນດາອົງການບໍລິຫານ, ສຳນັກງານຂອງລັດໄດ້ຢຸດ, ການຈັດຕັ້ງບັນດາເຫດການ ສະເຫຼີມສະຫຼອງ, ລາຍການສະແດງສິລະປະ, ການແຂ່ງຂັນກິລາ ແລະ ການເຄື່ອນໄຫວລະຫຼິ້ນບັນເທິງຕ່າງໆ.

        ທ່ານປະທານປະເທດເຈິ່ນດ້າຍກວາງ ເກີດວັນທີ 12 ຕຸລາ 1956, ໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 21 ກັນຍາ 2018 ຍ້ອນເປັນພະຍາດເປັນອັນຕະລາຍ. ໃນຊຸມວັນຜ່ານມາ, ປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນໄດ້ສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານປະທານປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ