ພົນເອກຟຸ່ງກວາງແທງ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ

ພົນເອກຟຸ່ງກວາງແທງ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ - ảnh 1
ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມ​ົນຕີ​ວ່າການ​ກະຊວງ​ປ​້ອງກັນ​ປະ​ເທດ
ຕ້ອນຮັບ​​ເອກ​ອັກຄະ​ລັດຖະທູດ​ສ.​ເກົາຫຼີ ປະຈຳ​ຫວຽດນາມ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມ​ົນຕີ​ວ່າການ​ກະຊວງ​ປ​້ອງກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Chon De Chu, ​ເອກ​ອັກຄະ​ລັດຖະທູດ​ສ.​ເກົາຫຼີ ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ເອກ​ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຜ່ານ​ມາ ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຍູ້​ແຮງ​ເທື່ອ​ລະ​ກ້າວ; ການ​ພົວພັນ​ດ້ານ​ເສດຖະກິດ, ການ​ເມືອງ, ການ​ທູດ, ການ​ພົບ​ປະ​ແລ​ກປ່ຽນ​ປະຊາຊົນໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ປະສິດທິ​ຜົນ; 2 ຝ່າຍ​ໄດ້​ລົງ​ນາມ ​ແລະ ​ໃນເບື້ອງ​ຕົ້ນ​ໄດ້ຜັນ​ຂະຫຍາຍ​​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ປ້ອງ​ກັນ​ປະ​ເທ​ດຫວຽດນາມ ຈະ​ຄົ້ນຄວ້າ, ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ກັບສ.​ເກົາຫຼີ ​ໃນ​ບາງ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ.

        ທ່ານ Chon De Chu ​ໃຫ້​ຮູ້​ວ່າ ຍາມ​ໃດ​ສ.​ເກົາຫຼີ ກໍ່​ຖື​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ ​ເປັນ​ສຳຄັນ, ​ໃນ​ນັ້ນ​​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ. ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຢູ່​ຫວຽດນາມ, ທ່ານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ດັ່ງກ່າວ​ໃຫ້​ພັດທະນາ, ​ເໝາະ​ສົມ​ກັບ​ຄວາ​ມສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ.

ຂ່າວ/ບົດ​ອື່ນ