ພົນເອກເຈີນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ເງ້ອານ

ພົນເອກເຈີນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ເງ້ອານ - ảnh 1
ພົນເອກເຈີນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ເງ້ອານ
(ພາບ: TTXVN)

(vovworld) –​ ​ ​​​ຕອນ​ເຊົ້າ​ວັນ​ທີ 21/02, ທ່ານ​ພົນ​ເອກ ເຈີ​ນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕ​ຳ​ຫຼວດ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ເງ້​ອານ. ເມື່ອ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈ​ຳ​ຄະ​ນະ​ພັກ​ແຂວງ ເງ້​ອານ, ພົນ​ເອກ ເຈີນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ແຂວງ ເງ້​ອານ ບັນ​ລຸ​ໄດ້​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ​ປີ 2016, ສະ​ພາບ​ການ​ພາຍ​ໃນ​ປະ​ເທດ ແລະ ໃນ​ໂລກ​ສືບ​ຕໍ່​ມີກ​ານ​ຜັນ​ແປ​ຢ່າງ​ສັບ​ສົນ, ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄດ້, ທ່ານ​ພົນ​ເອກ​ເຈີນ​ດ້າຍກວາງ ໄດ້ສະ​ເໜີ​ໃຫ້ແຂວງ ເງ້​ອານ ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຖືກ​ຕ້ອງ, ສ້າງ​ບັນ​ດາ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ ເພື່ອ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແຂວງ ເງ້​ອານ ບືນ​ຕົວ​ຂຶ້ນ, ເໝາະ​ສົມ​ກັບ​ຄວາມ​ສາ​ມາດບ​ົ່ມ​ຊ້ອນ, ທ່າ​ແຮງ, ຄວາມ​ເອົາ​ໃຈ​ໃສ​່ຂອງ​ສູນ​ກາງ​ສຳ​ລັບ​ແຂວງ. ພ້ອມ​ກັນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ແຂວງ​ກໍ​ຕ້ອງ​ເອົາ​ໃຈ​ໃສ່ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັບ​ສົນ​ກ່ຽ​ວ​ຂ້ອງ​ເຖິງ​ດ​້ານ​ການ​ເມືອງ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໃຫ້ເປັນ​ຢ່າງ​ດີ… ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສະ​ຫງົບ​ສຸກ, ອີ່ມ​ໜຳ​ສຳ​ລານພູນ​ສຸກ.

ຂ່າວ/ບົດ​ອື່ນ