ພົນ​ໂທ ເບ໊​ຊວນ​ເຈື່ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສາ​ທາ​ລະ​ນະລັດ ເຊັກ​ໂກ

(VOVWORLD) - ທ່ານ Lukás Kaucký ໄດ້ເນັ້ນໜັກເຖິງການພົວພັນລະຫວ່າງ ສາທາລະນະລັດ ເຊັກໂກ ແລະ ຫວຽດນາມ ໃນຊຸມປີມໍ່ໆມານີ້ ໄດ້ມີບາດກ້າວພັດທະນາໃໝ່, ທີ່ດີງາມ.
ພົນ​ໂທ ເບ໊​ຊວນ​ເຈື່ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສາ​ທາ​ລະ​ນະລັດ ເຊັກ​ໂກ - ảnh 1ທ່ານພົນໂທ ເບ໋໊ຊວນເຈື່ອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Lukás Kaucký ຮອງລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ເຊັກໂກ ( ພາບ: ກວກຈິງ/Bienphong.com.vn).

ຕອນເຊົ້າວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເບ໋໊ຊວນເຈື່ອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lukás Kaucký ຮອງລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ເຊັກໂກ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ Lukás Kaucký ໄດ້ເນັ້ນໜັກເຖິງການພົວພັນລະຫວ່າງ ສາທາລະນະລັດ ເຊັກໂກ ແລະ ຫວຽດນາມ ໃນຊຸມປີມໍ່ໆມານີ້ ໄດ້ມີບາດກ້າວພັດທະນາໃໝ່, ທີ່ດີງາມ, ນັ້ນເປັນພື້ນຖານສະດວກໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນການຮ່ວມມືກ່ຽວກັບການປ້ອງກັນຊາດ.

        ທ່ານພົນໂທ ເບ໊ຊວນເຈື່ອງໄດ້ສະເໜີໃຫ້ທ່ານ Lukás Kaucký ວ່າ ໃນຖານະຕຳແໜ່ງວຽກງານຂອງຕົນ, ທ່ານຈະເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນການຮ່ວມມືແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບຳລຸງສ້າງພະນັກງານ, ການຮ່ວມມືອຸດສາຫະກຳປ້ອງກັນຊາດ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງບໍ່ທັນແຕກພາຍຫຼັງສົງຄາມ ແລະ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ