ພະຍາດອັກເສບປອດ COVID-19 ຍັງສືບຕໍ່ຜັນແປໄປຢ່າງສັບສົນ

(VOVWORLD) - ຕາມແຈ້ງການຫລ້າສຸດທີ່ປະກາດໃນຕອນເຊົ້າວັນທີ 10 ມີນາ, ຄະນະກຳມະການສາທາລະນະສຸກ (NHC) ຈີນ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ກວດພົບກໍລະນີຕິດເຊື້ອພະຍາດອັກເສບປອດ COVID-19 ໃໝ່ໃນວັນທີ 09 ມີນາ ຕື່ມອີກ 19 ກໍລະນີ, ຫລຸດລົງເມື່ອທຽບໃສ່ 40 ກໍລະນີໃນວັນທີ 08 ມີນາ. 

ດັ່ງນັ້ນ, ມາຮອດປັດຈຸບັນ, ຍອດຈຳນວນຜູ້ຕິດເຊື້ອ Covid-19 ຢູ່ ຈີນ ແມ່ນ 80.754 ຄົນ; ເສຍຊີວິດ 3.136 ຄົນ. ຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ໃນໂລກ ຂຶ້ນເຖິງ 111.557 ຄົນ, ໃນນັ້ນ ມີ 3.884 ຄົນເສຍຊີວິດ.

ພະຍາດອັກເສບປອດ COVID-19 ຍັງສືບຕໍ່ຜັນແປໄປຢ່າງສັບສົນ - ảnh 1 ພະຍາດອັກເສບປອດ COVID-19 ຍັງສືບຕໍ່ຜັນແປໄປຢ່າງສັບສົນ

        ປັດຈຸບັນ, ຢູ່ປະເທດ ອີຕາລີ ມີ 9.172 ກໍລະນີຕິດເຊື້ອພະຍາດດັ່ງກ່າວ, ໃນນັ້ນ ມີ 463 ກໍລະນີເສຍຊີວິດ. ຕາມລັດຖະດຳລັດສະບັບໃໝ່ ຈະໄດ້ຮັບການຮັບຮອງເອົາ ແລະ ປະຕິບັດໃນທົ່ວປະເທດ, ເຊິ່ງມີຜົນສັກສິດນັບແຕ່ວັນທີ 10 ມີນາ ເປັນຕົ້ນໄປ, ລັດຖະບານ ອີຕາລີ ໄດ້ຕັດສິນໃຈເປີດກ້ວາງບັນດາມາດຕະການປິດລ້ອມທົ່ວຜືນແຜ່ນດິນ.

        ໃນຂະນະນັ້ນ, ຢູ່ ອາເມລິກາ, ວັນທີ 09 ມີນາ, ທ່ານ Kimberly Reynold ຜູ້ວ່າການລັດ Iowa ໃຫ້ຮູ້ວ່າ: ໄດ້ກວດພົບ 3 ກໍລະນີທຳອິດທີ່ຕິດເຊື້ອພະຍາດດັ່ງກ່າວຢູ່ລັດນີ້. ໄລ່ຮອດວັນທີ 08 ມີນາ (ຕາມເວລາ ອາເມລິກາ), ຈຳນວນຜູ້ຕິດໄວຣັດ SARS-CoV-2 ຢູ່ ອາເມລິກາ ໄດ້ລື່ນກາຍລະດັບ 500 ຄົນ, ໃນນັ້ນ ມີ 21 ຄົນເສຍຊີວິດ ແລະ ສົ່ງຜົນສະທ້ອນຕໍ່ 30 ລັດ.

        ວັນທີ 09 ມີນາ, ຢູ່ ສ.ເກົາຫຼີ ໄດ້ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 165 ຄົນ, ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 7.478 ຄົນ.

        ຢູ່ ຍີ່ປຸ່ນ, ປັດຈຸບັນຈຳນວນກໍລະນີຕິດເຊື້ອໄວຣັດ SARS-CoV-2 ແມ່ນ 1.226 ກໍລະນີ.  ອີຣານ ມີ 7.161 ກໍລະນີຕິດເຊື້ອ Covid-19 ແລະ 237 ກໍລະນີເສຍຊີວິດ. ປັດຈຸບັນໂລກລະບາດ Covid-19 ໄດ້ແຜ່ລາມອອກສູ່ 31 ແຂວງ, ນະຄອນທັງໝົດຂອງປະເທດນີ້, ເຮັດໃຫ້ ອີຣານ ກາຍເປັນປະເທດມີເຊື້ອພະຍາດ Covid-19 ລະບາດຢ່າງຮ້າຍແຮງທີ່ສຸດຖັດຈາກ ຈີນ.

        ໃນຂະນະນັ້ນ, ບັນດາປະເທດ ຟີລິບປີນ, ມາເລເຊຍ, ອິນໂດເນເຊຍ ກໍ່ໄດ້ປະກາດການກວດພົບບັນດາກໍລະນີຕິດເຊື້ອ Covid-19 ໃໝ່ຕື່ມອີກຫລາຍກໍລະນີ.

  ໄລ່ມາຮອດປັດຈຸບັນ, ທັງໝົດ 27 ປະເທດສະມາຊິກ ອີຢູ ລ້ວນແຕ່ມີຄົນຕິດເຊື້ອ Covid-19.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ