ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5) ຮຽກຮ້ອງການອຸປະຖຳຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸເລກທີ 3 (Yagi)

(VOVWORLD) - ຫວຽດນາມ ພວມຕ້ອງການແຫຼ່ງກຳລັງຢ່າງໃຫຍ່ຫຼວງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ຍິ່ງກວ່າເວລາໃດໝົດ, ວຽກງານກູ້ໄພກູ້ຊີບ, ການໜູນຊ່ວຍຕ້ອງໄດ້ປະຕິບັດຢ່າງຮີບເຮັ່ງ, ວ່ອງໄວກວ່າເວລາໃດໝົດ
ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5) ຮຽກຮ້ອງການອຸປະຖຳຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸເລກທີ 3 (Yagi) - ảnh 1(ຫຼາຍເຂດຢູ່ ທາຍງວຽນ ຖືກນ້ຳຖ້ວມ)

ໃນຊຸມມື້ຜ່ານມາ, ພາຍຸ Yagi, ພາຍຸລູກໃຫຍ່ທີ່ສຸດຢູ່ທະເລຕາເວັນອອກໃນຮອບເວລາ 30 ປີຜ່ານມາ, ແລະ ການກະທົບທີ່ຕາມມາຂອງພາຍຸໄດ້ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນຢູ່ຫຼາຍແຂວງ, ນະຄອນທາງພາກເໜືອຂອງ ຫວຽດນາມ, ພິເສດແມ່ນຢູ່ເຂດພູດອຍ. ຫວຽດນາມ ພວມຕ້ອງການແຫຼ່ງກຳລັງຢ່າງໃຫຍ່ຫຼວງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

ຍິ່ງກວ່າເວລາໃດໝົດ, ວຽກງານກູ້ໄພກູ້ຊີບ, ການໜູນຊ່ວຍຕ້ອງໄດ້ປະຕິບັດຢ່າງຮີບເຮັ່ງ, ວ່ອງໄວກວ່າເວລາໃດໝົດ ເພື່ອສາມາດໜູນຊ່ວຍປະຊາຊົນນັບລ້ານຄົນ.

ເພື່ອແນໃສ່ຮ່ວມແຮງຮ່ວມໃຈໜູນຊ່ວຍປະຊາຊົນຜູ້ຖືກຜົນສະທ້ອນຈາກໄພທຳມະຊາດ, ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮຽກຮ້ອງໃຫ້ຜູ້ໃຈບຸນໃຈກຸສົນ, ບັນດາວິສາຫະກິດ, ອົງການຈັດຕັ້ງສະມາຄົມ, ໝູ່ຄະນະຢູ່ພາຍໃນປະເທດ ແລະ ສາກົນ, ຊາວຕ່າງປະເທດອາໄສຢູ່ ຫວຽດນາມ ສະໜັບສະໜູນເງິນໜູນຊ່ວຍປະຊາຊົນຜ່ານຜ່າໄພພິບັດທຳມະຊາດ, ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ.

ບັນດາການປະກອບສ່ວນຢ່າງແທດຈິງ, ການສະໜັບສະໜູນຂອງພວກທ່ານນັ້ນ ບັນດາພະນັກງານ, ນັກຂ່າວພະແນກກະຈາຍສຽງພາກພາສາຕ່າງປະເທດ, ພ້ອມກັບຜູ້ໃຈບຸນໃຈກຸສົນ, ວິສາຫະກິດຈະສົ່ງເຖິງປະຊາຊົນທີ່ມີຄວາມຕ້ອງການຮັບການໜູນຊ່ວຍ.

ທຸກການສະໜັບສະໜູນດ້ວຍເງິນ (ເງິນດົ່ງ, ເງິນຕາຕ່າງປະເທດ) ແມ່ນໂອນເຂົ້າບັນຊີ: ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5). ເລກບັນຊີ: 2612624356, ທະນາຄານການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV); Swift code: BIDVVNVX.

ເນື້ອໃນໂອນເງິນແມ່ນຂຽນ: ຊື່ໝູ່ຄະນະ/ບຸກຄົນ _ ອຸປະຖຳຊ່ວຍເຫຼືອການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi.

ການປະກອບສ່ວນເຖິງວ່າຫຼາຍ ຫຼື ໜ້ອຍ, ກໍ່ລ້ວນແຕ່ຈະປະກອບສ່ວນນຳມາເຊິ່ງຄວາມຫວັງ ແລະ ການໜູນຊ່ວຍຢ່າງແທດຈິງໃຫ້ແກ່ປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸ.

ຕອບກັບ

ຂ່າວ/ບົດ​ອື່ນ