ພາກພື້ນ ອາຊີ - ປາຊີຟິກ ເຊື່ອມຈອດເສດຖະກິດຢ່າງແໜ້ນແຟ້ນກ່ວາໂດຍບໍ່ຫົວຊາຕໍ່ບັນດາການຂັດແຍ້ງດ້ານການຄ້າ

(VOVWORLD) - ໝາກຜົນຂອງການຢັ່ງຄຳເຫັນສ່ອງແສງໃຫ້ເຫັນຂໍ້ສັງເກດຂອງການນຳວິສາຫະກິດ APEC (CEO) ແລະ ບັນດານັກຊ່ຽວຊານກ່ວາ 1.400 ຄົນຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ກ່ຽວກັບແງ່ຫວັງການເຕີບໂຕ

“ພາກພື້ນ ອາຊີ - ປາຊີຟິກ ເຊື່ອມຈອດເສດຖະກິດຢ່າງແໜ້ນແຟ້ນກ່ວາໂດຍບໍ່ຫົວຊາຕໍ່ບັນດາການຂັດແຍ້ງກັນດ້ານການຄ້າ ໃນມໍ່ໆມານີ້. ມີປະມານ 75% ບັນດາ CEO ໄດ້ເຫັນຄວາມຄືບໜ້າໃນການຍູ້ແຮງການຮ່ວມສຳພັນເສດຖະກິດພາກພື້ນ ຢ່າງເລິກເຊິ່ງ, ກ້ວາງຂວາງ”. ນີ້ແມ່ນໝາກຜົນຂອງການຢັ້ງຄຳເຫັນຈາກການນຳ ວິສາຫະກິດ APEC ປະຈຳປີຄັ້ງທີ 8 ໂດຍ PWC, ບໍລິສັດກວດສອບແຖວໜ້າໃນໂລກປະຕິບັດ ແລະ ປະກາດໃນຕອນເຊົ້າວັນທີ 8 ພະຈິກ, ຢູ່ສູນສື່ມວນຊົນ APEC, ນະຄອນ ດ່ານັ້ງ.

     ໝາກຜົນຂອງການຢັ່ງຄຳເຫັນສ່ອງແສງໃຫ້ເຫັນຂໍ້ສັງເກດຂອງການນຳວິສາຫະກິດ APEC (CEO) ແລະ ບັນດານັກຊ່ຽວຊານກ່ວາ 1.400 ຄົນຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ກ່ຽວກັບແງ່ຫວັງການເຕີບໂຕ, ໃນບັນດາກາລະໂອກາດ ແລະ ສິ່ງທ້າທາຍສຳລັບວິສາຫະກິດໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດມີການຜັນແປໃນປະຈຸບັນ.

        ທ່ານນາງ ດິງທິກວິ່ງເວີນ, ຜູ້ອຳນວຍການ PWC ຫວຽດນາມ, ໃຫ້ຮູ້ວ່າ:

        “ບັນດາ CEO ເຄື່ອນໄຫວໃນຫຼາຍຂົງເຂດຕ່າງໆ. ເບິ່ງລວມແລ້ວ, 92% ບັນດາ CEO ລ້ວນແຕ່ເຫັນໄດ້ຄວາມສາມາດບົ່ມຊ້ອນເພີ່ມລາຍໄດ້ ແລະ ກ່ວາ 70% ບັນດານັກລົງທຶນໃຫຍ່ມີແຜນການ ແລະ ປາດຖະໜາຢາກເປີດກ້ວາງການລົງທຶນຢູ່ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ