ພາຍຫຼັງ​ປ່ຽນ​ແປງ​ໃໝ່ມາ​ເປັນ​ເວ​ລາ 40 ປີ, ຮ່າ​ໂນ້ຍ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃຫຍ່ຫຼວງ, ຮອບ​ດ້ານ

(VOVWORLD) -  ວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ຄະນະສຳຫຼວດ ຄະນະຊີ້ນຳຂັ້ນສູນກາງ ໄດ້ມີການເຮັດວຽກກັບຄະນະປະຈຳ ພັກນະຄອນ ຮ່າໂນ້ຍ ໄດ້ສະຫຼຸດບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ສຳລັບກິດຈະການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມ ໃນ 40 ປີຜ່ານມາ ໃນບໍລິເວນນະຄອນ.
ພາຍຫຼັງ​ປ່ຽນ​ແປງ​ໃໝ່ມາ​ເປັນ​ເວ​ລາ 40 ປີ, ຮ່າ​ໂນ້ຍ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃຫຍ່ຫຼວງ, ຮອບ​ດ້ານ - ảnh 1ກອງປະຊຸມໄດ້ດຳເນີນໃນວັນທີ 17 ຕຸລາ (ພາບ: dangcongsan.vn)

ຢູ່ກອງປະຊຸມ, ທ່ານຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ຫງວຽນວັນຟອງ ໃຫ້ຮູ້ວ່າ 40 ປີແຫ່ງການປ່ຽນແປງໃໝ່, ເສດຖະກິດນະຄອນຫຼວງຈາກພື້ນຖານເສດຖະກິດເກື້ອກຸນ ໄດ້ຫັນໄປສູ່ພື້ນຖານເສດຖະກິດການຕະຫຼາດເທື່ອລະກ້າວ ຕາມກຳນົດທິດສັງຄົມນິຍົມ. ກົນໄກ, ນະໂຍບາຍພັດທະນາເສດຖະກິດຕະຫຼາດ ພວມໄດ້ຮັບການບູລະນະເທື່ອລະກ້າວ. ທີ່ຕັ້ງນະຄອນຫຼວງໃນເວທີສາກົນກໍໄດ້ຍົກສູງຂຶ້ນ. ໃນຂົງເຂດພັດທະນາວັດທະນະທຳ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຮ່າໂນ້ຍ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງ, ຮອບດ້ານພໍສົມຄວນ, ເລິກເຊິ່ງ ແລະ ພົ້ນເດັ່ນໃນທຸກດ້ານ. ຄຸນນະພາບການເບິ່ງແຍງສຸຂະພາບຂອງປະຊາຊົນກໍໄດ້ຮັບການປົວແປງ, ການຊ່ວຍໜູນສັງຄົມໄດ້ຮັບປະກັນ. ບັນດາຂອດບຸກທະລຸກ່ຽວກັບການປະຕິຮູບການບໍລິຫານ, ປົວແປງສະພາບແວດລ້ອມລົງທຶນ ມີການຫັນປ່ຽນຢ່າງຈະແຈ້ງ ຜ່ານແຕ່ລະສະໄໝ. ໂດຍປະຕິບັດໜ້າທີ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຫຼາຍການປ່ຽນແປງໃໝ່, ປະດິດຄິດສ້າງຫຼາຍຢ່າງໃກ້ຊິດຕິດແທດກັບສະພາບການຕົວຈິງ. ກຳລັງບົ່ມຊ້ອນ, ທ່າສະໜາມ ແລະ ກຳລັງແຮງຂອງຂົງເຂດປ້ອງກັນໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ່ງ. ວຽກງານພົວພັນຕ່າງປະເທດຂອງນະຄອນ ກໍມີບາດລ້ຽວຢ່າງຕັ້ງໜ້າ. ນະຄອນ ຮ່າໂນ້ຍ ໄດ້ເປີດກວ້າງການພົວພັນເປັນແຮກສ່ຽວກັບຫຼາຍນະຄອນ, ຂອງບັນດາປະເທດດັ່ງກ່າວ.                                  

ຕອບກັບ

ຂ່າວ/ບົດ​ອື່ນ