ພາຍ​ໃນ 24 ຊົ່ວ​ໂມງ ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ພາຍ​ໃນ​ປະ​ເທດ​ຕື່ມ​ອີກ 14.219 ກໍ​ລະ​ນີ

(VOVWORLD) -ນັບແຕ່ເວລາ 17 ໂມງຂອງວັນທີ 29 ສິງຫາ ຫາເວລາ 17 ໂມງ ຂອງວັນທີ 30 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 14.224 ກໍລະນີ.

        ຕາມຂ່າວພາກຄ່ຳວັນທີ 30 ສິງຫາ ຂອງ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງຂອງວັນທີ 29 ສິງຫາ ຫາເວລາ 17 ໂມງ ຂອງວັນທີ 30 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 14.224 ກໍລະນີ. ໃນນັ້ນ ມີ 5 ກໍລະນີ ແມ່ນຄົນ ຫວຽດນາມ ຈາກຕ່າງປະເທດ ເຂົ້າເມືອງ. 2 ທ້ອງຖິ່ນທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍທີ່ສຸດແມ່ນແຂວງ ບິ່ງເຢືອງ ດ້ວຍ 6.050 ກໍລະນີ, ນະຄອນ ໂຮ່ຈີມິນ ມີ 5.889 ກໍລະນີ.

        ໃນວັນທີ 30 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດມີຜູ້ເສຍຊີວິດ 315 ກໍລະນີ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ໃນປັດຈຸບັນ ລວມທັງໝົດ 11.064 ກໍລະນີ, ເຊິ່ງກວມເອົາ 2,5% ເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອທັງໝົດ. ກໍໃນວັນທີ 30 ສິງຫາ, ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 9.014 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຢູ່ ຫວຽດນາມ ໄລ່ຮອດປັດຈຸບັນ ແມ່ນ 228.816.

        ໄລ່ມາຮອດຕອນຄ່ຳວັນທີ 30 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 449.489 ກໍລະນີ, ຢືນອັນດັບທີ 59/222 ປະເທດ ແລະ ເຂດແຄວ້ນ. ກ່ຽວກັບຄວາມຄືບໜ້າຂອງການສັກວັກຊິນ, ໄລ່ຮອດປັດຈຸບັນ  ຫວຽດນາມໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ຈຳນວນ 19.710.560 ໂດສ, ໃນນັ້ນ ເຂັມທີ 2 ແມ່ນ 2.524.407 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ