ພາສີ ນະຄອນໂຮ່ຈີມິນ ກະກຽມຄວາມພ້ອມໃຫ້ແກ່ການຜັນຂະຫຍາຍ ສັນຍາການຄ້າເສລີ EVFTA

(VOVWORLD) - ປັດຈຸບັນ ນະຄອນໂຮ່ຈີມິນມີກວ່າ1,100 ໂຄງການຂອງບັນດາວິສາຫະກິດເອີລົບ ດ້ວຍເງິນລົງທຶນທັງໝົດປະມານ 3,86 ຕື້ ໂດລາສະຫະລັດ.
ພາສີ ນະຄອນໂຮ່ຈີມິນ ກະກຽມຄວາມພ້ອມໃຫ້ແກ່ການຜັນຂະຫຍາຍ ສັນຍາການຄ້າເສລີ EVFTA - ảnh 1ກອງປະຊຸມສົນທະນາກ່ຽວກັບ “ພະແນກພາສີ ນະຄອນໂຮ່ຈີມິນ ແລະ ປະຊາຄົມວິສາຫະກິດເອີລົບ ຮ່ວມກັນຜັນຂະຫຍາຍ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ”

ວັນທີ 9 ຕຸລາ, ພະແນກພາສີ ນະຄອນ ໂຮ່ຈີມິນ ແລະ ຫ້ອງການການຄ້າເອີລົບ ປະຈຳຫວຽດນາມໄດ້ ສົມທົບກັນຈັດກອງປະຊຸມສົນທະນາກ່ຽວກັບ “ພະແນກພາສີ ນະຄອນໂຮ່ຈີມິນ ແລະ ປະຊາຄົມວິສາຫະກິດເອີລົບ ຮ່ວມກັນຜັນຂະຫຍາຍ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ”. ກອງປະຊຸມໄດ້ດຶງດູດຜູ້ຕາງໜ້າກວ່າ 200 ກຸ່ມບໍລິສັດ, ວິສາຫະກິດດີເດັ່ນ ຂອງ ສະຫະສະມາຄົມການຄ້າເອີລົບ ແລະ ບັນດາປະເທດອື່ນໆທີ່ພວມ ທຳມາຫາກິນ, ດຳລົງຊີວິດ ຢູ່ຫວຽດນາມເຂົ້າຮ່ວມ.

        ທີ່ກອງປະຊຸມ, ໄດ້ມີຫຼາຍບັນຫາ, ຂໍ້ຂ້ອງໃຈ ຂອງ ວິສາຫະກິດເອີລົບທີ່ພວມລົງທຶນ ຢູ່ ນະຄອນໂຮ່ຈີມິນ ໄດ້ຍົກອອກມາແລກປ່ຽນ ແລະ ແກ້ໄຂ ຈາກຜູ້ຕາງໜ້າການນຳ ພາສີ ນະຄອນໂຮ່ຈີມິນ ກໍຄື ບັນດາບັນຫາກ່ຽວກັບ ແຫຼ່ງກຳເນີດສິນຄ້າ, ການຂົນສົ່ງສິນຄ້າ, ການຫຼຸດເວລາ ພັກສິນຄ້າຢູ່ສາງ, ການສຳຫຼວດລາຄ້າ, ການແຍກປະເພດສິນຄ້າ... ແລະ ບັນດາເອກະສານນິຕິກຳທີ່ກ່ຽວຂ້ອງ. ພະແນກພາສີ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ຈະຮັບຮູ້ ແລະ ລວບລວມບັນດາຄຳຄິດເຫັນ, ຂໍ້ສະເໜີ, ພ້ອມກັບ ບັນດາວິທີການແກ້ໄຂທີ່ເປັນໄປໄດ້ຢ່າງຄົບຖ້ວນ ເພື່ອຍົກສູງຄຸນນະພາບການບໍລິການ, ສ້າງຄວາມສະດວກຢ່າງສູງສຸດ ໃຫ້ແກ່ປະຊາຄົມວິສາຫະກິດໃນການນຳເຂົ້າ-ສົ່ງອອກ ສິນຄ້າໃນໄລຍະຈະມາເຖິງ.

        ຕາມສະຖິຕິແລ້ວ, ປັດຈຸບັນ ນະຄອນໂຮ່ຈີມິນມີກວ່າ1,100 ໂຄງການຂອງບັນດາວິສາຫະກິດເອີລົບ ດ້ວຍເງິນລົງທຶນທັງໝົດປະມານ 3,86 ຕື້ ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ