ຟຸກ໋ວກຕ້ອງແມ່ນຮູບແບບນຳໜ້າໃນ 3 ເຂດເສດຖະກິດພິເສດຂອງຫວຽດນາມ

ຟຸກ໋ວກຕ້ອງແມ່ນຮູບແບບນຳໜ້າໃນ 3 ເຂດເສດຖະກິດພິເສດຂອງຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ກຽນ​ຢາງ
(ພາບ​: VGP)

(vovworld) - ວັນ​ທີ 14/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ແລະ ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ກຽນ​ຢາງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ, ຮູບ​ແບບ​ເຂດ​​ເສດ​ຖະ​ກິດ​ພິ​ເສດ​ຟຸ​໋​ກ໋ວກ ພວມຢ​ູ່​ໃນ​ໄລ​ຍະ​ຜັນ​ຂະ​ຫຍາຍ​ການ​ສ້າງ​ກົດ​ໝາຍ, ກົນ​ໄກ​ນະ​ໂຍ​ບາຍ, ​ເຖິງ​ຢ່າງ​ໃດ​ກໍ່​ຕາມ​ພ້ອ​ມ​ກັບ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ ແລະ ສະ​ພາບ​ຕົວ​ຈິງ​ຂອງ​ຕົນ, ຟຸກ໋ວກ ຕ້ອງ​ແມ່ນ​ຮູບ​ແບບ​ນຳ​ໜ້າ​ໃນ​ຈຳ​ນ​ວນ​ເຂດ​​ເສດ​ຖະ​ກິດ​ພິ​ເສດ 3 ແຫ່ງ​ຂອງ​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ວ່າ, ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້, ກຽນ​ຢາງ ສູ້​ຊົນ​ໃຫ້​ກາຍ​ເປັນ​ແຂວງ​ຮັ່ງ​ມີ ແລະ ປ່ຽນ​ໃໝ່​ຢ່າງ​ຮອບ​ດ້ານ ໂດຍ​ອີງ​ໃສ່​ບັນ​ດາ​ທ່າ​ແຮງ​ຈາກ​ທຳ​ມະ​ຊາດ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ແກ​້​ໄຂ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ; ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ກະ​ສິ​ກຳ, ເສດ​ຖະ​ກິດ​ທະ​ເລ, ອຸ​ດ​ສາ​ຫະ​ກຳ​ສຳ​ຮອງ.

ຕອບກັບ

ຂ່າວ/ບົດ​ອື່ນ