ຟີລິບປິນຄັດຄ້ານ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດ ຊີຊາ”, “ເຂດ ໜານຊາ” ຢູ່ທະເລຕາເວັນອອກ

(VOVWORLD) -  ວັນທີ 22 ເມສາ, ຟີລິບປິນ ໄດ້ ຄັດຄ້ານທາງການທູດສຳລັບບັນດາການກະທຳລະເມີດກົດໝາຍສາກົນຂອງ ຈີນ ເມື່ອສ້າງຕັ້ງອັນທີ່ເອີ້ນວ່າ “ເຂດ ຊີຊາ” ແລະ “ເຂດ ໜານຊາ” ຢູ່ທະເລຕາເວັນອອກ.
ຟີລິບປິນຄັດຄ້ານ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດ ຊີຊາ”, “ເຂດ ໜານຊາ” ຢູ່ທະເລຕາເວັນອອກ - ảnh 1 ຟີລິບປິນຄັດຄ້ານ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດ ຊີຊາ”, “ເຂດ ໜານຊາ” ຢູ່ທະເລຕາເວັນອອກ (ພາບ: Reuters)

        ວັນທີ 22 ເມສາ, ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Locsin Jr ໃຫ້ຮູ້ວ່າ: ຕອນບ່າຍວັນທີ 22 ເມສາ, ສະຖານທູດ ຈີນ ປະຈຳ ມານີລາ ໄດ້ຮັບ ຈົດໝາຍການທູດຄັດຄ້ານຂອງກະຊວງການຕ່າງປະເທດ ຟີລິບປິນ, ໃນນັ້ນ ໄດ້ກ່າວຫາ ຈີນ ວ່າ ລະເມີດກົດໝາຍສາກົນ ເມື່ອໄດ້ແນປືນຣາດາໃສ່ກ່ຳປັ່ນກອງທັບເຮືອ ຟີລິບປິນ ຢູ່ເຂດທະເລຂອງປະເທດນີ້.

        ກ່ອນໜ້ານັ້ນ, ທ່ານອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ Albert del Rosario ກໍ່ຮຽກຮ້ອງໃຫ້ລັດຖະບານປະເທດນີ້ ຄັດຄ້ານການກະທຳກະມຶງກະມັງຂອງ ຈີນ. ຕາມທ່ານ Albert del Rosario ແລ້ວ, ຟີລິບປິນ ຄວນມີສະຕິລະວັງຕົວຕໍ່ບັນດາການກະທຳຫວ່າງແລ້ວນີ້ຂອງ ຈີນ ຢູ່ທະເລຕາເວັນອອກ, ພິເສດແມ່ນໃນຂະນະທີ່ ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19, ເຊິ່ງມີຕົ້ນກຳເນີດມາຈາກ ອູ່ຫັ້ນ, ປະເທດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ