ມີ 100 ທຸ​ລະ​ກຳ​ລະ​ຫວ່າງວິ​ສາ​ຫະ​ກິດ ຫວຽດ​ນາມ - ສ.ເກົາຫຼີ ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຢ່າງ​ສຳ​ເລັດ​ຜົນ

(VOVWORLD) - ໃນເຫດການແລກປ່ຽນການຄ້າແບບເຊິ່ງໜ້າ ລະຫວ່າງ  2 ຄະນະວິສາຫະກິດທີ່ມາຈາກແຂວງ Gyeongbuk ແລະ ແຂວງ Chungbuk ຂອງ ສ.ເກົາຫຼີ ກັບບັນດາບໍລິສັດນຳເຂົ້າ ຫວຽດນາມ ຢູ່ໂຮງແຮມ Lotte ຮ່າໂນ້ຍ ທີ່ຈັດຂຶ້ນໃນວັນທີ 12 ມີນາ, ໄດ້ມີເກືອບ 100 ທຸລະກຳໄດ້ຮັບການເຊື່ອມຕໍ່ຢ່າງສຳເລັດຜົນ.
ມີ 100 ທຸ​ລະ​ກຳ​ລະ​ຫວ່າງວິ​ສາ​ຫະ​ກິດ ຫວຽດ​ນາມ - ສ.ເກົາຫຼີ ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຢ່າງ​ສຳ​ເລັດ​ຜົນ - ảnh 1ຕາງໜ້າວິສາຫະກິດ 2 ຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: KOTRA ຮ່າໂນ້ຍ)

ອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫຼີ ໃຫ້ຮູ້ວ່າ ໃນເຫດການແລກປ່ຽນການຄ້າແບບເຊິ່ງໜ້າ ລະຫວ່າງ  2 ຄະນະວິສາຫະກິດທີ່ມາຈາກແຂວງ Gyeongbuk ແລະ ແຂວງ Chungbuk ຂອງ ສ.ເກົາຫຼີ ກັບບັນດາບໍລິສັດນຳເຂົ້າ ຫວຽດນາມ ຢູ່ໂຮງແຮມ Lotte ຮ່າໂນ້ຍ ທີ່ຈັດຂຶ້ນໃນວັນທີ 12 ມີນາ, ໄດ້ມີເກືອບ 100 ທຸລະກຳໄດ້ຮັບການເຊື່ອມຕໍ່ຢ່າງສຳເລັດຜົນ. ຕາມນັ້ນແລ້ວ, ບັນດາວິສາຫະກິດສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ແລະ ສັນຍານຳເຂົ້າຫຼາຍສະບັບທີ່ມີກຳລັງບົ່ມຊ້ອນ. ນະທີ່ນີ້, ຄະນະບັນດາວິສາຫະກິດ ສ.ເກົາຫຼີ ໄດ້ແນະນຳບັນດາຜະລິດຕະພັນທີ່ດັ້ງເດີມ ແລະ ໜ້າໄວ້ວາງໃຈຂອງ ສ.ເກົາຫຼີ, ເຊັ່ນ: ເຄື່ອງສຳອາງ, ໝາກໄມ້ສົດ ແລະ ນ້ຳສະກັດຈາກໝາກໄມ້ສົດ; ອາຫານເສີມ; ຢາປິ່ນປົວພິເສດຕາມໃບສັ່ງຢາ; ອຸປະກອນທັນຕະກຳ ແລະ ເຄື່ອງເອເລັກໂຕນິກ. ນີ້ແມ່ນບັນດາຜະລິດຕະພັນທີ່ມີຄຸນນະພາບສູງເຊິ່ງໄດ້ ແລະ ກຳລັງໄດ້ສົ່ງອອກໄປຍັງຫຼາຍປະເທດໃນໂລກ.        

        ການແລກປ່ຽນການຄ້າແບບເຊິ່ງໜ້າລະຫວ່າງ 2 ຄະນະວິສາຫະກິດທີ່ມາຈາກ ສ.ເກົາຫຼີ ຄັ້ງນີ້ ແມ່ນເຫດການທຳອິດຂອງປີ 2024 ໂດຍອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫຼີ ຈັດຕັ້ງປະຕິບັດ. ຄາດວ່າ ຈະມີງານວາງສະແດງສິນຄ້າ ແລະ ການແລກປ່ຽນການຄ້າເກືອບ 50 ຄະນະ ຈະຖືກຈັດຂຶ້ນໃນປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ