ມີ 150 ຄົນເສຍຊີວິດ ແລະ ຫາຍສາບສູນໃນເຫດໄຟໄໝ້ປ່າຢູ່ລັດ California,ອາເມລິກາ

(VOVWORLD) - ໃນຈຳນວນບັນດາຜູ້ປະສົບເຄາະຮ້າຍດັ່ງກ່າວສ່ວນຫຼາຍແມ່ນຜູ້ອາຍຸສູງ. ເຫດໄຟໄໝ້ໄດ້ເຜົາໄໝ້ເຮືອນຊານເກືອບ 8.000 ຫຼັງ

ເຫດການໄຟໄໝ້ປ່າຢູ່ພາກເໜືອ ແລະ ພາກໃຕ້ລັດ California, ປະເທດ ອາເມລິກາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ ແລະ ກ່ວາ 100 ຄົນຖືກຫາຍສາບສູນ. ຈຳນວນຜູ້ເສຍຊີວິດຄາດວ່າຈະເພີ່ມຂຶ້ນໃນໄລຍະຈະມາເຖິງ. ໃນຈຳນວນບັນດາຜູ້ປະສົບເຄາະຮ້າຍດັ່ງກ່າວສ່ວນຫຼາຍແມ່ນຜູ້ອາຍຸສູງ. ເຫດໄຟໄໝ້ໄດ້ເຜົາໄໝ້ເຮືອນຊານເກືອບ 8.000 ຫຼັງ ແລະ ເຮັດໃຫ້ 300.000 ຄົນຕ້ອງຖືກຍົກຍ້າຍໄປຢູ່ບ່ອນປອດໄພ. ປະຈຸບັນ, ກຳລັງດັບເພີງພວມເຂົ້າຮ່ວມການດັບໄຟມີປະມານ 9.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ