ມື້ທີ 36 ຫວຽດນາມ ບໍ່ພົບຜູ້ຕິດເຊື້ຶ້ອໂຄວິດ-19 ໃນຊຸມຊົນ

(VOVWORLD) - ປະຈຸບັນ ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ຍັງແມ່ນ 1.099 ຄົນຄືເກົ່າ ແລະ ເປັນມື້ທີ 36 ແລ້ວທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ.
ມື້ທີ 36 ຫວຽດນາມ ບໍ່ພົບຜູ້ຕິດເຊື້ຶ້ອໂຄວິດ-19 ໃນຊຸມຊົນ - ảnh 1 ມື້ທີ 36 ຫວຽດນາມ ບໍ່ພົບຜູ້ຕິດເຊື້ຶ້ອໂຄວິດ-19 ໃນຊຸມຊົນ

  ຕາມການລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 7 ຕຸລາ ຫາເວລາ 6 ໂມງຂອງວັນທີ 8 ຕຸລາ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່, ປະຈຸບັນ ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ຍັງແມ່ນ 1.099 ຄົນຄືເກົ່າ ແລະ ເປັນມື້ທີ 36 ແລ້ວທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ.

        ນັບແຕ່ວັນທີ 17 ສິງຫາ ເປັນຕົ້ນມາ, ສະເພາະແຕ່ ຮ່າໂນ້ຍ ແມ່ນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຊຸມຊົນຕື່ມອີກ. ມາຮອດປະຈຸບັນ, ຫວຽດນາມ ມີ 1.023/1.099 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ມີ 35 ຄົນເສຍຊີວິດຍ້ອນໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ