ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 213 ລ້ານ​ຄົນ​ໃນ​ທົ່ວ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 213,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,45 ລ້ານຄົນ. 

ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 213 ລ້ານ​ຄົນ​ໃນ​ທົ່ວ​ໂລກ - ảnh 1ພາບປະກອບ: AP

ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 38,76 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 646.000 ຄົນ. ຕາມສູນຄວບຄຸມ ແລະ ສະກັດກ້ນພະຍາດຕິດແປດ (CDC) ອາເມລິກາແລ້ວ, ຈຳນວນຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອເຂົ້າໂຮງໝໍ ແລະ ຜູ້ເສຍຊີວິດ ສືບຕໍ່ເພີ່ມຂຶ້ນຍ້ອນເຊື້ອໄວຣັດກາຍພັນ Delta. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 Delta ກວມເອົາເກືອບ 99% ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ອາເມລິກາ. ອິນເດຍຢຶນຢູ່ອັນດັບທີ 2 ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 32,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 435.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ