ມີຜູ້ແທນກວ່າ 27.500 ຄົນເຂົ້າຮ່ວມກອງປະຊຸມທາງອອນລາຍທົ່ວປະເທດຝຶກອົບຮົບວິຊາສະເພາະວຽກງານເລືອກຕັ້ງ

(VOVWORLD) -ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບການແນະນຳດ້ານວິຊາສະເພາະວຽກງານເລືອກຕັ້ງ, ລະບຽບຫ້ອງປ່ອນບັດ, ຈັດຕັ້ງກອງປະຊຸມຜູ້ມີສິດເລືອກຕັ້ງ, ແນະນຳຜູ້ສະໝັກເລືອກຕັ້ງ
ມີຜູ້ແທນກວ່າ 27.500 ຄົນເຂົ້າຮ່ວມກອງປະຊຸມທາງອອນລາຍທົ່ວປະເທດຝຶກອົບຮົບວິຊາສະເພາະວຽກງານເລືອກຕັ້ງ - ảnh 1ທີ່ກອງປະຊຸມທາງອອນລາຍ
(ພາບ: TTXVN)

ວັນທີ 25 ກຸມພາ, ທີ່ກອງປະຊຸມທາງອອນລາຍທົ່ວປະເທດຝຶກອົບຮົມວິຊາສະເພາະວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໂດຍກະຊວງພາຍໃນຫວຽດນາມ ຈັດຕັ້ງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂໍ້ມູນຂ່າວສານຍົກອອກມາຫຼາຍຈຸດໃໝ່ໃນວຽກງານເລືອກຕັ້ງ, ພິເສດແມ່ນການຈັດກອງປະຊຸມເຈລະຈາຢູ່ເຂດເກີດໂລກລະບາດໂຄວິດ-19, ປະຕິບັດສິດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງຢູ່ເຂດແຍກຕົວ… ກອງປະຊຸມໂດຍມີການເຂົ້າຮ່ວມຂອງການນຳກະຊວງພາຍໃນ, ຜູ້ຕາງໜ້າບາງກະຊວງ, ຂະແໜງການ ແລະ ຜູ້ແທນກວ່າ 27.500 ຄົນໄດ້ເຂົ້າຮ່ວມທາງອອນລາຍຢູ່ບັນດາສະຖານທີ່ເຊື່ອມຕໍ່.

        ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບການແນະນຳດ້ານວິຊາສະເພາະວຽກງານເລືອກຕັ້ງ, ລະບຽບຫ້ອງປ່ອນບັດ, ຈັດຕັ້ງກອງປະຊຸມຜູ້ມີສິດເລືອກຕັ້ງ, ແນະນຳຜູ້ສະໝັກເລືອກຕັ້ງ, ວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ