ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ

(VOVWORLD) -ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ. 
ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ - ảnh 1ມອບຂອງຂວັນບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ (ພາບ: VOV)

ຕອນຄ່ຳວັນທີ 30 ມັງກອນ, ຢູ່ນະຄອນຫຼວງວຽງຈັນໄດ້ດຳເນີນພິທີມອບຂອງຂວັນບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ, ສະມາຄົມໃຫຍ່ຊາວຫວຽດນາມ, ສະມາຄົມນະຄອນວຽງຈັນ ພ້ອມກັບພໍ່ແມ່ປະຊາຊົນເປັນຈຳນວນຫຼວງຫຼາຍ.

ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ. ເອື້ອຍເຟືອງຮວາ ຊາວຫວຽດນາມ ອາໄສຢູ່ລາວແບ່ງປັນວ່າ:

ຂ້າພະເຈົ້າດີໃຈຫຼາຍ ຍ້ອນໄດ້ຮັບຂອງຂວັນທີ່ມີຄວາມໝາຍນີ້, ໂດຍໄດ້ມາສູນວັດທະນະທຳຫວຽດນາມ ຢູ່ນະຄອນ ວຽງຈັນ, ພ້ອມກັບທຸກໆຄົນເຂົ້າຊົມງານວາງສະແດງສິນຄ້າຂອງ ຫວຽດນາມ ແລະ ລາວ. ຂ້າພະເຈົ້າພ້ອມກັບທຸກຄົນຍັງໄດ້ຊິມບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ແລະ ພິເສດແມ່ນໄດ້ຮັບຟັງບັນດາບົດເພງຍ້ອງຍໍຊົມເຊີຍລະດູບານໃໝ່, ຍ້ອງຍໍຊົມເຊີຍບ້ານເກີດເມືອງນອນປະເທດຊາດ.

ເຈີ່ນຕວັນ ນັກຂ່າວ VOV ປະຈຳລາວ

ຕອບກັບ

ຂ່າວ/ບົດ​ອື່ນ