ມອບ​ລາງວັນ ​ແລະ ​ໄຂ​ງານ​ວາງສະ​ແດງພາບ​ຖ່າຍ “ວິວັດ​ການ​ມໍລະດົກ 2020”

(VOVWORLD) - ວັນທີ 21 ກັນຍາ, ພິທີມອບລາງວັນ ແລະໄຂງານວາງສະແດງພາບຖ່າຍ “ວິວັດການມໍລະດົກ 2020” ຖືກດໍາເນີນຢູ່ຮ່າໂນ້ຍ. 
ມອບ​ລາງວັນ ​ແລະ ​ໄຂ​ງານ​ວາງສະ​ແດງພາບ​ຖ່າຍ “ວິວັດ​ການ​ມໍລະດົກ 2020” - ảnh 1 ພິທີມອບລາງວັນ (ພາບ:TTXVN)

       ເຫດການດັ່ງກ່າວໂດຍ ວາລະສານ Heritage ຂຶ້ນກັບບໍລິສັດໃຫຍ່່ການບິນ ຫວຽດນາມ (Vietnam Airlines) ຈັດຕັ້ງຂຶ້ນ ເພື່ອແນໃສ່ໂຄສະນາພາບພົດຂອງປະເທດຊາດ, ຊີວິດການເປັນຢູ່ ແລະ ປະຊາຊົນ ຫວຽດນາມ, ພິເສດແມ່ນບັນດາມໍລະດົກຂອງ ຫວຽດນາມ ເຊິ່ງສາກົນໄດ້ຮັບຮອງເອົາແລ້ວ. ພາຍຫຼັງການປຸກລະດົມມາເປັນເວລາ 03 ເດືອນ, ຄະນະຈັດຕັ້ງໄດ້ຮັບຜົນງານເຂົ້າຮ່ວມການເສັງເປັນຈໍານວນຫຼາຍ ກ່ຽວກັບຫົວຂໍ້: ບັນດາໝູ່ບ້ານ, ທິດທັດທໍາມະຊາດ, ມໍລະດົກ, ຊາວຫວຽດນາມ, ງານບຸນ, ຮີດຄອງປະເພນີ, ຊີວິດທາງດ້ານວັດທະນະທໍາ ຫວຽດນາມ, ຊົນເຜົ່າຕ່າງໆຢູ່ ຫວຽດນາມ… ຄະນະຈັດຕັ້ງໄດ້ໃຫ້ຄະແນນ ແລະ ມອບລາງວັນໃຫ້ແກ່ 16 ຜົນງານ.

        ໃນຂອບເຂດຂອງລາຍການດັ່ງກ່າວ, ຍັງໄດ້ດໍາເນີນພິທີໄຂງານວາງສະແດງພາບຖ່າຍ ດ້ວຍຫົວຂໍ້ “ວິວັດການມໍລະດົກ 2020” ຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ