ມອບລາງວັນການເສັງ “ຊອກຮູ້ປະຫວັດສາດແຫ່ງສາຍພົວພັນແບບພິເສດ ຫວຽດນາມ - ລາວ”

(VOVWORLD) - ຕອນເຊົ້າວັນທີ 09 ພະຈິກ, ຄະນະພັກແຂວງ ບີງທ້ວນ ໄດ້ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນການເສັງ “ຊອກຮູ້ປະຫວັດສາດແຫ່ງສາຍພົວພັນແບບພິເສດ ຫວຽດນາມ - ລາວ” ປີ 2017. 
ມອບລາງວັນການເສັງ “ຊອກຮູ້ປະຫວັດສາດແຫ່ງສາຍພົວພັນແບບພິເສດ ຫວຽດນາມ - ລາວ” - ảnh 1 (ພາບປະກອບ)

ທ່ານ ໂຮ່ຈູງເຟືອກ ຫົວໜ້າຄະນະໂຄສະນາສຶກສາຄະນະພັກແຂວງ ບີງທ້ວນ ໃຫ້ຮູ້ວ່າ: ການເສັງໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະແຂວງ ບີງທ້ວນ ເປັນຈຳນວນຫລວງຫລາຍ. ໂດຍຜ່ານການປຸກລະດົມມາເປັນເວລາ 4 ເດືອນ (ແຕ່ເດືອນ ພຶດສະພາ 2017 ມາຮອດປະຈຸບັນ) ທົ່ວແຂວງໄດ້ມີບົດເສັງຂຽນຂອງພະນັກງານ, ສະມາຊິກພັກ ແລະ ສະມາຊິກຊາວໜຸ່ມ, ຊາວໜຸ່ມສົ່ງມາເຂົ້າຮ່ວມການເສັງກ່ວາ 5.800 ບົດ.

        ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດາບຸກຄົນ ແລະ ໝູ່ຄະນະທີ່ມີບົດຂຽນໄດ້ຮັບຄະແນນສູງ. ຕາມນັ້ນແລ້ວ, ລາງວັນລວມໝູ່ມີລາງວັນໜຶ່ງ 1 ລາງວັນ, ລາງວັນທີສອງມີ 2 ລາງວັນ ແລະ ລາງວັນທີສາມມີ 3 ລາງວັນ; ລາງວັນສ່ວນບຸກຄົນມີ ລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 2 ລາງວັນ, ລາງວັນທີສາມ 3 ລາງວັນ ແລະ ລາງວັນຊົມເຊີຍມີ 10 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ