ມອບລາງວັນໂຮ່ຈິມິນ ແລະ ນາມມະຍົດ ສິລະປີນປະຊາຊົນ ປີ 2012

ມອບລາງວັນໂຮ່ຈິມິນ ແລະ ນາມມະຍົດ   ສິລະປີນປະຊາຊົນ ປີ 2012 - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ມອບລາງວັນ ​ໂຮ່ຈິ​ມິນ ໃຫ້ແກ່ນັກດົນຕີ Pham Tuyen
Vovworld- ວັນ​ທີ 19/5 ຢູ່ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ມອບ​ລາງວັນ ​ໂຮ່ຈິ​ມິນ ກ່ຽວ​ກັບ​ວັນນະຄະດີ, ສິລະ​ປະ ​ແລະ ນາມມະຍົດ​ສິລະ​ປີນ​ປະຊາຊົນ​ປີ 2012. ລາງວັນ ​ໂຮ່ຈິ​ມິນ ກ່ຽວ​ກັບ​ວັນນະຄະດີ, ສິລະ​ປະ ​ແລະ ນາມມະຍົດ​ສິລະ​ປີນ​ປະຊາຊົນ​ ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ທີ່​ສຸດ​ໃນ​ຂົງ​ເຂດ ວັນນະຄະດີ, ສິລະ​ປະຖືກ​ຈັດ​ຕັ້ງ, ພິຈາລະນາ, ມອບ​ລາງ​ວັນ 5 ປີ​ເທື່ອ​ໜຶ່ງ​ສຳລັບ ລາງວັນ ​ໂຮ່ຈິ​ມິນ ​ແລະ 2 ປີ​ເທື່ອ​ໜຶ່ງ​ສຳລັບ​ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບນາມມະຍົດ​ສິລະ​ປີນ​ປະຊາຊົນ​, ສິລະ​ປີນ​ດີ​ເດັ່ນ. ທ່ານ​ປະທານ​ປະ​ເທດ​ໄດ້​ເຊັນ​ຂໍ້​ຕົກລົງ​ມອບ ລາງວັນ ​ໂຮ່ຈິ​ມິນ​ໃຫ້​ແກ່ 12 ບົດ​ປະພັນ, ກິດຈະກຳ, ກຸ່ມ​ກິດຈະກຳກ່ຽວ​ກັບ​ວັນນະຄະດີ, ສິລະ​ປະ​ ແລະ ມອບ ນາມມະຍົດ​ສິລະ​ປີນ​ປະຊາຊົນ​​ໃຫ້​ແກ່ນັກ​ສິລະ​ປີນ 74 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ຢືນຢັນ​ວ່າ :

  “ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພື້ນຖານວັນນະຄະດີ, ສິລະ​ປະຂອງ​ຫວຽດນາມ​ໄດ້​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ລັດທິ​ຮັກ​ຊາດ ​ແລະ​ວັດທະນະທຳ​ມະນຸດ, ຜູກ​ພັນ​ກັບ​ພາລະກິດ​ປະຕິວັດ​ຂອງ​ຊາດ​ຢ່າງ​ເລິກ​ເຊິ່ງ, ​ແມ່ນ​ອາວຸດ​ອັນ​ແຫຼມ​ຄົມ​ຢູ່​ແນວ​ຮົບ​ວັດທະນະທຳ, ​ແນວ​ຄິດ, ອຸທິດ​ສ່ວນ​ບັນດາ​ບົດ​ປະພັນ​ທີ່​ມິ​ຄຸນຄ່າ​ສູງ, ປະ​ກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​​ໄຊຊະນະ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ອິດສະຫຼະພາບ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ກໍ​ຄື​ໃນ​ພາລະ​ກິດ​ສ້າງສາ ​ແລະປົກປັກຮັກສາ​ປະ​ເທດ​ຊາດ   ”

ຂ່າວ/ບົດ​ອື່ນ