ມອບລາງວັນໂຮ່ຈີມິນ ແລະ ລາງວັນແຫ່ງລັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ

ມອບລາງວັນໂຮ່ຈີມິນ ແລະ ລາງວັນແຫ່ງລັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ - ảnh 1
ພິທີມອບລາງວັນໂຮ່ຈີມິນ ແລະ ລາງວັນແຫ່ງລັດ
ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ

(vovworld) - ​ ຕອນ​ຄ່ຳ​ວັນ​ທີ 15/01 ຢູ່ ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຈັດ​ຕັ້ງ​ພິທີ​ມອບ​ລາງວັນ ​ໂຮ່ຈີ​ມິນ ​ແລະ ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ. ມີ 9 ກິດຈະການ, ກຸ່ມ​ກິດຈະການ​ໄດ້​ຮັບ​ລາງວັນ ​ໂຮ່ຈີ​ມິນ; 7 ກິດຈະການ, ກຸ່ມ​ກິດຈະການ​ໄດ້​ຮັບ​ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ໃນ​ພິທີ​ມອບ​ລາງວັນ​ຄັ້ງ​ທີ 5 ນີ້.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ. ພ້ອມ​ກັບ​ການ​ສຶກສາ, ກໍ່​ສ້າງ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແມ່ນລັດຖະນະ​ໂຍບາຍ​ແຖວ​ໜ້າ, ​ແມ່ນ​ກຳລັງ​ໜູນ​ພັດທະນາ​ເສດຖະກິດ - ສັງຄົມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ:

        “ຊົນ​ຊາດ ຫວຽດນາມ ມີ​ມູນ​ເຊື້ອ​ມັກ​ຮຽນ, ສະຫລາດ​ສະຫລຽວ, ມີ​ຫົວຄິດ​ປະດິດ​ສ້າງ. ຖັນ​ແຖວ​ພະນັກງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຄວນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງຄວາມ​ຮັບຜິດຊອບ​ຂອງ​ຕົນທີ່​ມີ​ຕໍ່ປະ​ເທດ​ຊາດ, ຊົນ​ຊາດ, ສືບ​ຕໍ່​ສືບ​ທອດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມັກ​ຮຽນ, ສະຫລາດ​ສະຫລຽວ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ລຸ້ນກ່ອນ, ມານະ​ພະຍາຍາມ​ສູ້​ຊົນ, ບືນ​ຕົວ​ຂຶ້ນ​ສູ່​ລະດັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີກ້ວາ​ໜ້າ​ຢູ່​ພາກ​ພື້ນ ​ແລະ ​ໂລກ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ພັດທະນາ​ວ່ອງ​ໄວ, ໝັ້ນຄົງ, ທຽບ​ທັນກັບ​ບັນດາ​ປະ​ເທດມະຫາ​ອຳນາດຢູ່ 5 ທະວີບ ຄືດັ່ງ​ຄວາມ ມຸ່ງ​ມາດ​ປາດ​ຖະໜາຂອງ​ປະທານ ​ໂຮ່ຈີ​ມິນ.

 

 

 

ຂ່າວ/ບົດ​ອື່ນ