ມອບລາງວັນໃຫ້ການເສັງແຕ່ງບົດກະວີHaikuໃຫ້ເດັກນ້ອຍໂລກປີ2016ຢູ່ຫວຽດນາມ

ມອບລາງວັນໃຫ້ການເສັງແຕ່ງບົດກະວີHaikuໃຫ້ເດັກນ້ອຍໂລກປີ2016ຢູ່ຫວຽດນາມ - ảnh 1
ມອບລາງວັນໃຫ້ການເສັງແຕ່ງບົດກະວີHaiku
ໃຫ້ເດັກນ້ອຍໂລກປີ2016ຢູ່ຫວຽດນາມ
(ພາບ: khoavanhoc-ngonngu)

(vovworld) - ຕອນ​ຄຳ່​ວັນ​ທີ 6/4 ພິທີມອບ​ລາງວັນ​ໃຫ້ການ​ເສັງ​ແຕ່ງ​ບົດ​ກະວີ Haiku ​ໃຫ້​ເດັກນ້ອຍ​ໂລກ​ປີ 2016 ​ຢູ່​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢູ່​ສະຖານທູດ ຍີ່ປຸ່ນ​ປະຈຳ ຫວຽດນາມ ທີ່ ຮ່າ​ໂນ້ຍ. ການ​ເສັງ​ໂດຍ​ບໍລິສັດ​ການບິນ ຍີ່ປຸ່ນ, ສາຂາຢູ່ ຫວຽດນາມ, ກອງ​ທຶນ JAL ຈັດ​ຕັ້ງ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສະຖານທູດ ຍີ່ປຸ່ນ​ປະຈຳ ຫວຽດນາມ, ສະ​ໂມ​ສອນ​ກະວີ Haiku ຫວຽດນາມ. ຄະນະ​ຈັດ​ຕັ້ງ​ໄດ້ມອບ 10 ລາງວັນ​ໃຫ້​ບັນດາ​ບົດ​ກະວີ​ດີ​ເດັ່ນ​ທີ່​ສຸດ. ບົດ​ກະວີ​ຂອງ​ນ້ອງ ນິງກວີ່ນຍື, ນັກຮຽນ​ມັດທະ​ຍົມ​ຕອນ​ຕົ້ນ ​ໂງ​ສີ​ລຽນ ​ໄດ້​ຮັບ​ລາງວັນພິ​ເສດ.

​ການ​ເສັງ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ “ຕອນ​ເຊົ້າ“. ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ກະວີ​ເຂົ້າ​ຮ່ວມ​ການ​ເສັງ 1.163 ບົດ​. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ Hiroshi Fukuda, ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ​ປະ​ຈຳ ຫວຽດນາມ ​​ແບ່່ງປັນ​ວ່າ:

ຜ່ານ​ການ​ເສັງ, ພວກ​ຂ້າພະ​ເຈົ້າຫວັງ​ວ່າຊາວ​ຫວຽດນາມ, ພິ​ເສດ​ແມ່ນ​ພວກ​ນ້ອງ​​ເດັກນ້ອຍຈະ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຍີ່ປຸ່ນ. ບໍ່​ພຽງ​ແຕ່​ຜ່ານການ​ເສັງ​  Haiku ເທົ່າ​ນັ້ນ, ຫາກ​ຍັງ​ຜ່ານ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ອື່ນໆ​ຫ​ຼາຍຢ່າງ​ອີກ​ດ້ວຍ. ນີ້​ແມ່ນ​ວິທີ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຊອກ​ຫາ​ໄດ້​ສິ່ງ​ທີ່​ຄ້າຍຄື​ກັນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ນ້ຳ​ໃຈມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ“.

ການ​ເສັງ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ຮັກ​ໃນ​ການ​ແຕ່ງ​ບົດ​ກະວີ Haiku ​ແລະ ບຳລຸງ​ລ້ຽງ​ນ້ຳ​ໃຈ​ມະນຸດສະທຳ​ຂອງ​ເດັກນ້ອຍ​ໃນ​ທົ່ວ​ໂລກ. ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ແລກປ່ຽນ​ກັບ​ສາກົນ, ​ໂດຍ​ຜ່ານ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ ຍີ່ປຸ່ນ ​ໃນ​ປະຈຸ​ບັນ, ກໍ່​ຄື​ພື້ນຖານ​ວັດທະນະທຳ ຍີ່ປຸ່ນ, ​ເຊິ່ງ​ແມ່ນ​ບ່ອນ​ກຳ​ເນີ​ດກະວີ​ປະ​ເພດ​ພິ​ເສດ​ນີ້
ຂ່າວ/ບົດ​ອື່ນ