ມອບຫຼຽນກາທີ່ລະນຶກເພື່ອສັນຕິພາບມິດຕະພາບລະຫວ່າງປະຊາຊາດໃຫ້ແກ່ເອກອັກຄະລັດຖະທູດ ສ ເກົາຫຼີ

ມອບຫຼຽນກາທີ່ລະນຶກເພື່ອສັນຕິພາບມິດຕະພາບລະຫວ່າງປະຊາຊາດໃຫ້ແກ່ເອກອັກຄະລັດຖະທູດ ສ ເກົາຫຼີ - ảnh 1

ມອບ​ຫຼຽນ​ກາ​ທີ່ລະນຶກ​ເພື່ອ​ສັນຕິພາບມິດຕະພາບ​ລະຫວ່າງ​ປະຊາ​ຊາດ​ໃຫ້​ແກ່​ເອກ​ອັກຄະ​ລັດຖະທູດ ສ ​ເກົາຫຼີ

(vovworld) – ຕອນ​ບ່າຍ​ວັນ​ທີ 29/5, ຢູ່ ຮ່າ​ໂນ້ຍ, ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ ​ໄດ້​ມອບ​ຫຼຽນ​ກາ​ທີ່​ລະນຶກ​ເພື່ອ​ສັນຕິພາບ​ມິດຕະພາບ​ລະຫວ່າງ​ປະຊາ​​ຊາດ​ໃຫ້​ແກ່ທ່ານ Ha Chan Ho, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ ​ເກົາຫຼື ປະຈຳ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ທ່ານ​ສິ້ນ​ສຸດ​ອາຍຸ​ການ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ປະທານ ຫວູຊວນ​ຮົ່ງ ​ເນັ້ນ​ໜັກ​ວ່າ: 2 ປີ​​ແຫ່ງ​ການ​ປະຕິບັດ​ວຽກ​ງານ​ການ​ທູດ​​ແມ່ນ​ບໍ່ຍາວ​ ​ແຕ່​ນັ້ນ​ແມ່ນ 2 ປີ​ແຫ່ງ​ການ​ປະກອບສ່ວນ​ທີ່ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ​ໃນ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ການຮ່ວມ​ມື​ລະ​ຫວ່າງ ຫວຽດນາມ ​ແລະ ສ ​ເກົາຫຼີ. ພົ້ນ​ເດັ່ນ​ແມ່ນ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ປະຕິບັດ​ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ຈັດ​ຕັ້ງ “ປີ​ມິດຕະພາບ ຫວຽດນາມ - ສ ​ເກົາຫຼີ 2012” ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ທສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດສຳ​ເລັດຜົນ, ຕັ້ງໜ້າ​ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ ສ ​ເກົາຫຼີ ລົງທຶນ​ເຂົ້າ ຫວຽດນາມ, ຊຸກຍູ້​ການ​ເຄື່ອນ​ໄຫວ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - ສ ​ເກົາຫຼີ, ຂົນຂວາຍ​ລັດຖະບານ ສ ​ເກົາຫຼີ​ເພີ່ມ​​ແຫຼ່ງທຶນ ODA ​ໃຫ້​ແກ່ ຫວຽດນາມ..​.​.​

ຂ່າວ/ບົດ​ອື່ນ