ມອບ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້.
ມອບ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ເພື່ອແນໃສ່ສືບຕໍ່ເບິ່ງແຍງດູແລ, ໜູນຊ່ວຍປະຊາຊົນ, ຜູ້ມີຄວາມສ່ຽງສູງປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ນັບແຕ່ວັນທີ 20 ສິງຫາ, ສູນກາງຄະນະຊາວໜຸ່ມໄດ້ຜັນຂະຫຍາຍໂຄງການ “ມອບເຄື່ອງໃຊ້ທີ່ຈຳເປັນລວມ 1 ລ້ານຖົງ ໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ”. ພາຍຫຼັງການຜັນຂະຫຍາຍມາເປັນເວລາ 3 ອາທິດ, ໂຄງການນີ້ໄດ້ມອບເກືອບ 470.000 ຖົງ ໄປຍັງປະຊາຊົນທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ດ້ວຍມູນຄ່າກວ່າ 112 ຕື້ດົ່ງ.

ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້. ທ່ານກ່າວວ່າ:

ດ້ວຍຄວາມຕ້ອງການທີ່ຈຳເປັນຂອງຖົງເຄື່ອງໃຊທີ່ຈຳເປັນຊະນິດຕ່າງໆ ຈະຊ່ວຍໃຫ້ປະຊາຊົນ ແກ້ໄຂໄດ້ຄວາມຫຍຸ້ງຍາກຢ່າງຮີບດ່ວນໃນໄລຍະຊົ່ວຄາວ, ຫວັງວ່າ ບັນດາວິສາຫະກິດ, ບັນກາຜູ້ໃຈບູນໃຈກູ້ສົນ ຈະເຫັນໄດ້ຄວາມໝາຍຢ່າງແທດຈິງຂອງ ໂຄງການ ແລະ ຈະເຂົ້າຮ່ວມເດີນທາງກັບບັນດາອົງການຈັດຕັ້ງຄະນະຊາວໜຸ່ມທຸກຂັ້ນ ເພື່ອປະຕິບັດໂຄງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ