ມະຫາເສດຖີ Donald Trump ໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ

ມະຫາເສດຖີ Donald Trump ໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ - ảnh 1
ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ່ 45 ຂອງ ອາ​ເມ​ລິ​ກາ
(ພາບ: vnexpress.net)

(vovworld) –  ໄລ່​ຮອ​ດ​ເວ​ລາ 13 ໂມງ 40 ຂອງວັນ​ທີ 9/11 (ຕາມ​ເວ​ລາ ຫວຽດ​ນາມ) ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ Donald Trump ສັງ​ກັດ​ພັກ​ສາ​ທາ​ລະ​ນະ ສືບ​ຕໍ່​ນຳ​ໜ້າ​ຕໍ່​ຄູ່​ແຂ່ງ​ດ້ວຍ 276 ໃນ​ຍອດ​ຈຳ​ນວນ 538 ບັດ​ຂອງ​ຫົວ​ໜ້າ​ບັນ​ດາ​ຜູ​້​ມີ​ສິດ​ເລືອກ​ຕັ້ງເພື່ອ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. ເປັນ​ອັນ​ວ່າ, Donald Trump ໄດ້​ລືນຄະ​ແນນ​ຄູ່​ແຂ່ງ ທ່ານ​ນາງ Hillary Clinton ຢ່າງ​ກະ​ທັນ​ຫັນ​ເພື່ອ​ກາຍ​ເປັນ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ່ 45 ຂອງ ອາ​ເມ​ລິ​ກາ. ດ້ວຍ​ໄຊ​ຊະ​ນະ ຢ່າງ​ຂາດ​ຂັ້ນ​ໃນ​ຈຸ​ດ​ເວ​ລາ​ສຸດ​ທ້າຍ, ທ່ານ​ Trump ໄດ້​ກາຍ​ເປັນ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທຳ​ອິດ​ທີ່​ກຳ​ເນີດ​ມາ​ຈາ​ດ​ວົງ​ການ​ນັກ​ທຸ​ລະ​ກິດ. ຕາມ​ແຜນ​ການ​ແລ້ວ, ທ່ານ Trump ຈະ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ວັນ​ທີ 20/1/2017 ພາຍຫຼັງ ປະ​ທາ​ນາ​ທິ​ບໍ​ດີຄົນ​ປະ​ຈຸ​ບັນ Barack Obama ໝົດ​ອາ​ຍຸ​ການ.


ຂ່າວ/ບົດ​ອື່ນ