(VOVWORLD) -ວັນທີ 8 ຕຸລາ, ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XII ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2.
ຕອນເຊົ້າວັນທີ 8 ຕຸລາ, ຄະນະບໍລິຫານງານສູນກາງພັກພ້ອມກັບບັນດາຜູ້ແທນໄດ້ເຂົ້າຮ່ວມການເຮັດວຽກທີ່ກອງປະຊຸມ, ປຶກສາຫາລືກ່ຽວກັບຮ່າງບົດລາຍງານດ້ານການເມືອງ ແລະ ຮ່າງບົດລາຍງານ 10 ປີ ແຫ່ງວັນປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນກ້າວສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາ ປີ 2011).
ທ່ານເຈິ່ນກວັກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ (ພາບ: news.zing.vn) |
ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກພ້ອມກັບບັນດາຜູ້ແທນເຮັກວຽກທີ່ ຕາມໜ່ວຍ, ປຶກສາຫາລືກ່ຽວກັບຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ10 ປີ 2011 – 2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030 ແລະ ບົດລາຍງານສະພາບການເສດຖະກິດ - ສັງຄົມ ໄລຍະ 5 ປີ 2016 -2020, ແຜນການພັດທະນາ ເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025