ມື້​ເຮັດ​ວຽກ​ທຳ​ອິດ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 10 ຂອງ ຄະ​ນະ​ບໍ​ລິ​ການ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

(VOVWORLD) - ກອງປະຊຸມຄັ້ງທີ 10 ຂອງ ຄະນະບໍລິການຫານງານສູນກາງພັກຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ 2024 ຢູ່ນະຄອນຫຼວງ ຮ່າໂນ້ຍ.
ມື້​ເຮັດ​ວຽກ​ທຳ​ອິດ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 10 ຂອງ ຄະ​ນະ​ບໍ​ລິ​ການ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII - ảnh 1ໄຂ ກອງປະຊຸມຄັ້ງທີ 10 ຂອງ ຄະນະບໍລິການຫານງານສູນກາງພັກຊຸດທີ XIII (ພາບ: TTXVN)

ຕອນເຊົ້າ, ຄະນະບໍລິຫານງານສູນການພັກໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕາງໜ້າກົມການເມືອງບໍລິຫານກອງປະຊຸມ. ສູນກາງໄດ້ສະຫງວນໜຶ່ງນາທີ ກົ້ມຫົວອາໄລຫາພໍ່ແມ່ປະຊາຊົນ, ນັກຮົບທີ່ເສຍຊີວິດຍ້ອນອະບັດຕິເຫດ, ໄພຕ່າງໆ ແລະ ບໍລິຈາກໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ. ທ່ານ ເລືອງເກືອງ, ຜູ້ປະຈຳການຄະນະເລຂາທິການຕາງໜ້າກົມການເມືອງ, ລາຍງານກ່ຽວກັບລາຍການກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານ, ກ່າວຄຳເຫັນໄຂກອງປະຊຸມ.

ພາຍຫຼັງພິທີໄຂ, ຄະນະບໍລິຫານງານສູນກາງພັກໄດ້ເຮັດວຽກເປັນກຸ່ມເພື່ອປຶກສາຫາລືກ່ຽວກັບຮ່າງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ບົດລາຍງານສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ