ຢ່າງໜ້ອຍສຸດມີເຈົ້າໜ້າທີ່ ຢູແກຼນ 6 ທ່ານຍື່ນໃບລາອອກຈາກຕຳແໜ່ງ

(VOVWORLD) - ນີ້ແມ່ນການປ່ຽນແປງຄະນະລັດຖະບານມີຂອບຂະໜາດໃຫຍ່ ໃນສະພາບການທີ່ການປະທະກັນຢູ່ ຢູແກຼນ ພວມມີການປ່ຽນແປງທີ່ໜ້າສົນໃຈໃນຕົວຈິງ.
ຢ່າງໜ້ອຍສຸດມີເຈົ້າໜ້າທີ່ ຢູແກຼນ 6 ທ່ານຍື່ນໃບລາອອກຈາກຕຳແໜ່ງ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 04 ກັນຍາ, ຢ່າງໜ້ອຍສຸດມີເຈົ້າໜ້າທີ່ ຢູແກຼນ 6 ທ່ານລວມທັງບັນດາລັດຖະມົນຕີໃນຄະນະລັດຖະບານຂອງປະເທດນີ້ຍື່ນໃບລາອອກຈາກຕຳແໜ່ງ. ນີ້ແມ່ນການປ່ຽນແປງຄະນະລັດຖະບານມີຂອບຂະໜາດໃຫຍ່ ໃນສະພາບການທີ່ການປະທະກັນຢູ່ ຢູແກຼນ ພວມມີການປ່ຽນແປງທີ່ໜ້າສົນໃຈໃນຕົວຈິງ. ໃນຈຳນວນດັ່ງກ່າວມີທ່ານລັດຖະມົນຕີຮັບຜິດຊອບບັນດາຂະແໜງອຸດສາຫະກຳຍຸດທະສາດ Oleksandr Kamyshin, ທ່ານລັດຖະມົນຕີປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານລັດຖະມົນຕີຮັບຜິດຊອບບັນຫາເຊື່ອມໂຍງຂຶ້ນໃໝ່.

        ຮອງນາຍົກລັດຖະມົນຕີຂອງປະເທດນີ້ 2 ທ່ານແມ່ນທ່ານ Iryna Vereshchuk ແລະ ທ່ານ Olga Stefanishyna, ທ່ານຫົວໜ້າກອງທຶນຊັບສົມບັດແຫ່ງລັດ ຢູແກຼນ ຂອງຍື່ນໃບລາອອກຈາກຕຳແໜ່ງພ້ອມກັບກຸ່ມບັນດາເຈົ້າໜ້າທີ່ດັ່ງກ່າວ. ໃນສື່ສັງຄົມອອນລາຍ Telegram, ທ່ານ David Arakhamia, ນັກສ້າງກົດໝາຍຂອງ ຢູແກຼນ, ໃຫ້ຮູ້ວ່າ ປະເທດນີ້ອາດຈະດຳເນີນການປະຕິຮູບມີຂອບຂະໜາດໃຫຍ່ໃນອາທິດນີ້, ດ້ວຍການປ່ຽນແປງຄະນະລັດຖະບານຫຼາຍກວ່າ 50%.

ຕອບກັບ

ຂ່າວ/ບົດ​ອື່ນ