ຢູແກຼນ: ລະເບີດແຕກຢູ່ໃຈກາງນະຄອນຫລວງ ເຮັດໃຫ້ 2 ຄົນຖືກຮັບບາດເຈັບ

(VOVWORLD) - ວັນທີ 24 ສິງຫາ, 2 ຄົນຖືກຮັບບາດເຈັບໃນເຫດລະເບີດແຕກຢູ່ໃຈກາງນະຄອນຫລວງ Kiev ຂອງ ຢູແກຼນ ໃນວັນຊາດຂອງປະເທດນີ້. ຕຳຫລວດ ຢູແກຼນ ໄດ້ຮັບຮູ້ຂໍ້ມູນຂ່າວດັ່ງກ່າວ.

ຕຳຫລວດໃຫ້ຮູ້ວ່າ: ເຫດລະເບີດແຕກໄດ້ເກີດຂຶ້ນໃນເວລາ 12 ໂມງ 06 ນາທີ ຕາມເວລາ GMT, ແຕ່ບໍ່ເປີດເຜີຍຂໍ້ມູນລະອຽດ. ຮູບພາບທີ່ແຜ່ພາບທາງໂທລະພາບທ້ອງຖິ່ນ 112 ໃຫ້ເຫັນວ່າ ມີຜູ້ຊາຍ ແລະ ຜູ້ຍິງຄົນໜຶ່ງຖືກຮັບບາດເຈັບໃນເຫດລະເບີດແຕກໃກ້ກັບອາຄານລັດຖະບານ. ຢູແກຼນ ຈັດຕັ້ງພິທີເດີນສວນສະໜາມສະແດງກຳລັງ ດ້ວຍການເຂົ້າຮ່ວມຂອງພົນທະຫານ ຢູແກຼນ 4.500 ຄົນ ແລະ ພົນທະຫານ 230 ຄົນທີ່ມາຈາກ 10 ປະເທດອື່ນໆ ຢູ່ໃຈກາງນະຄອນຫລວງ Kiev ເພື່ອສະເຫຼີມສະຫຼອງວັນຊາດຄັ້ງທີ 26.

 


ຕອບກັບ

ຂ່າວ/ບົດ​ອື່ນ