ຢູແກຼນ ສືບຕໍ່ຕໍ່ກຳນົດເວລາກົດໄອຍະການເສິກ ແລະ ຄຳສັ່ງລະດົມພົນທົ່ວປະເທດ

(VOVWORLD) - ຮ່າງກົດໝາຍ 2 ສະບັບດັ່ງກ່າວໄດ້ຮັບບັດເຫັນດີ, ບໍ່ມີບັດຄ້ານ ແລະ ຈະມີຜົນສັກສິດໃນທັນທີ ພາຍຫຼັງທີ່ທ່ານປະທານາທິບໍດີ Volodymyr Zelensky ເຊັ່ນປະກາດໃຊ້.
ຢູແກຼນ ສືບຕໍ່ຕໍ່ກຳນົດເວລາກົດໄອຍະການເສິກ ແລະ ຄຳສັ່ງລະດົມພົນທົ່ວປະເທດ - ảnh 1ນາຍທະຫານ ຢູແກຼນ
(ພາບປະກອບ: AFP/TTXVN)

        ວັນທີ 06 ກຸມພາ, ສະພາແຫ່ງຊາດ ຢູແກຼນ ໄດ້ປ່ອນບັດຮັບຮອງເອົາຮ່າງກົດໝາຍໂດຍທ່ານປະທານາທິບໍດີ Volodymyr Zelensky ຍືນສະເໜີກ່ຽວກັບເລື່ອງ ຕໍ່ກຳນົດເວລາກົດໄອຍະການເສິກ ແລະ ຄຳສັ່ງລະດົມພົນທົ່ວປະເທດ ຕື່ມອີກ 90 ວັນ, ແຕ່ວັນທີ 14 ກຸມພາ ຫາວັນທີ 13 ພຶດສະພາ 2024. ຮ່າງກົດໝາຍ 2 ສະບັບດັ່ງກ່າວໄດ້ຮັບບັດເຫັນດີ, ບໍ່ມີບັດຄ້ານ ແລະ ຈະມີຜົນສັກສິດໃນທັນທີ ພາຍຫຼັງທີ່ທ່ານປະທານາທິບໍດີ Volodymyr Zelensky ເຊັ່ນປະກາດໃຊ້.

        ຂໍ້ຕົກລົງຕໍ່ກຳນົດເວລາກົດໄອຍະການເສິກຢູ່ ຢູແກຼນ ເຮັດໃຫ້ປະເທດນີ້ບໍ່ສາມາດຈັດການເລືອກຕັ້ງທົ່ວປະເທດໄດ້. ລັດຖະທຳມະນູນ ຢູແກຼນ ກຳນົດວ່າ ບໍ່ຈັດການເລືອກຕັ້ງໃນເວລາດຳເນີນວາງກົດໄອຍະການເສິກ.

        ທ່ານປະທານາທິບໍດີ Zelensky ໄດ້ປະກາດກົດໄອຍະການເສິກ ແລະ ຄຳສັ່ງລະດົມພົນທົ່ວປະເທດໃນ ຢູແກຼນ ໃນວັນທີ 02 ກຸມພາ 2022. ນັບແຕ່ນັ້ນມາຮອດປະຈຸບັນ, ລັດຖະດຳລັດ 2 ສະບັບນີ້ໄດ້ຕໍ່ກຳນົດເວລາ 10 ເທື່ອແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ