ຢູແກຼນ:ຝ່າຍແຍກຕົວເກືອບຄືວ່າໄດ້ຖອນອາວຸດໜັກທັງໝົດອອກຈາກເຂດເກີດການສູ້ຮົບ

ຢູແກຼນ:ຝ່າຍແຍກຕົວເກືອບຄືວ່າໄດ້ຖອນອາວຸດໜັກທັງໝົດອອກຈາກເຂດເກີດການສູ້ຮົບ - ảnh 1
ພາບ​ປະ​ກອບ

(vovworld) – ​ວັນ​ທີ 28/2, ກຳ​ລັງ​ທວງ​ເອົາ​​ການແຍກ​ຕົວ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ໃຫ້​ຮູ້​ວ່າ: ເຂົາ​ເຈົ້າ​ເກືອບ​ຄື​ວ່າ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ການ​ຖອນ​ອາ​ວຸດ​ໜັກ​ອອກ​ຈາກ​ເຂດ​ຊາຍ​ແດນ​ ຕາມ​ຂໍ້​ຕົກ​ລົງ Minsk – 2. ຕາມ​ສຳ​ນັກ​ຂ່າວ​ “ປະ​ເທດ​ລັດ​ເຊຍ ປະ​ຈຸ​ບັນ” (RT) ແລ້ວ, ຜູ້​ຕ​າງ​ໜ້າ ສ. ຂະ​ໜານ​ນາມ​ເອງ Donetsk ປະ​ກາດ​ວ່າ: ກຳ​ລັງ​ນີ້​ໄດ້​ຖອນ​ອາ​ວຸດ​ທັງ​ໝົດ​ພ້ອມ​ກັບ​ທະ​ຫານ​ອອກ​ຈາກ​ເຂດ​ເກີດ​​ການ​ສູ້​ຮົບ. ໃນ​ຂະ​ນະ​ນັ້ນ, ກຳ​ລັງທະ​ຫານ​ລາດ​ຢູ່ Lugansk ໃຫ້​ຮູ້​ວ່າ: ຕ້ອງ​ມີ​ເວ​ລາ​ຕື່ມ​ອີກ 2, 3 ວັນ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ການ​ຖອນ​ທະ​ຫານ. ຕາມ​ການ​ຄາ​ດ​ຄະ​ເນ​ຂອງ ສ​ປ​ຊ ແລ້ວ, ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ໃນ​ເກືອບ 1 ປີ​ຜ່ານ​ມາ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ໄດ້​ເຮັດ​ໃຫ້ 5.793 ຄົນ​ເສ​ຍ​ຊີ​ວິດ ແລະ ເກືອບ 15.000 ຄົນ​ຖືກ​ຮັບ​ບາດ​ເຈັບ​. ພື້ນ​ຖານ​ໂຄງ​ລ່າງ​ສ່ວນຫຼາຍ​ຢູ່​ເຂດ​ເກີດ​​ການ​ສູ້​ຮົບ​ຂອງ ຢູ​ແກຼນ ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ.


ຂ່າວ/ບົດ​ອື່ນ