ລົງ​ທຶນ 137.000 ຕື້​ດົ່ງ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ໄລ​ຍະ 2021 – 2025

(VOVWORLD) -    ວັນທີ 5 ເມສາ, ຢູ່ ຊອັກຈັງ ໄດ້ດຳເນີນກອງປະຊຸມສຳມະນາ “ຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2025 ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ ຫວຽດນາມ”.
ລົງ​ທຶນ 137.000 ຕື້​ດົ່ງ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ໄລ​ຍະ 2021 – 2025 - ảnh 1ກອງປະຊຸມສຳມະນາ (ພາບ: VOV)

ທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່າ: ພັກ, ລັດ, ລັດຖະບານ ຍາມໃດກໍມີຄວາມເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແມ່ນມີຄວາມໝາຍອັນຍິ່ງໃຫຍ່, ທັງປະກອບສ່ວນເຂົ້າໃນການກະຕຸ້ນແຫຼ່ງສະໜອງ ແລະ ຄວາມຕ້ອງການ, ສ້າງວຽກເຮັດງານທຳ, ພັດທະນາການຜະລິດ, ດຳເນີນທຸລະກິດ, ທັງມີຄວາມໝາຍສຳຄັນກ່ຽວກັບການໜູນຊ່ວຍສັງຄົມ, ພິເສດແມ່ນສຳລັບບັນດາເປົ້າໝາຍດ້ອຍໂອກາດ, ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເຂດຫ່າງໄກສອກຫຼີກ. ບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 137.000 ຕື້ດົ່ງ ນີ້ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ເພື່ອລົງທຶນ, ພັດທະນາໃນໄລຍະ 2021 – 2025, ເຊິ່ງໄດ້ຫວັງວ່າ ຈະສ້າງບາດກ້າວບຸກທະລຸໃນການພັດທະນາເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແລະ ຕັດສິນໃຈປະຕິບັດວຽກງານການກະກຽມໃຫ້ສຳເລັດ ເພື່ອສາມາດຜັນຂະຫຍາຍປະຕິບັດໂຄງການໃນເດືອນ ເມສາ 2022 ນີ້.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ກໍໄດ້ອວຍພອນບຸນປີໃໝ່ຈອນຈະນຳເທີໄມແດ່ພໍ່ແມ່ປະຊາຊົນ, ພະສົງສຳມະເນັນຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ ປະເພນີ.

ຕອບກັບ

ຂ່າວ/ບົດ​ອື່ນ