ລັດຖະບານ Colombia ປະຕິບັດຄຳໝັ້ນສັນຍາກັບ ELN

ລັດຖະບານ Colombia ປະຕິບັດຄຳໝັ້ນສັນຍາກັບ ELN - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Juan Manuel Santos 
(ພາ​ບ: AP)

(vovworld) - ວັນ​ທີ 30/1, ກຸ່ມກອງ​ທັບ​ປົດ​ປ່ອຍ​ແຫ່ງ​ຊາດ (ELN) ຂອງ Colombia ໄດ້​ຊົມ​ເຊີຍ​ເລື່ອງ ລັດ​ຖະ​ບານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Juan Manuel Santos ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ອະ​ໄພ​ຍະ​ໂທດ​ໃຫ້​ນັກ​ໂທດ 2 ຄົນ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ອົງ​ການ​ປະ​ກອບ​ອາ​ວຸດນີ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ເຊິ່ງທັງ 2 ຝ່າຍ​ບັນ​ລຸ​ໄດ້​ເພື່ອ​ສາ​ມາດ​ດຳ​ເນີນ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 7/2 ຈະ​ມາ​ເຖິງ, ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ໄດ້​ແກ່​ຍາວ​ເປັນ​ເວ​ລາ 50 ປີ. ໃນ​ສື່​ສັງ​ຄົມ Twitter, ELN ໄດ້​ຕີ​ລາ​ຄາ​ສູງ​ການ​ກະ​ທຳ​ອະ​ໄພ​ຍະ​ໂທດ​ຂອງ Colombia. ນັກ​ໂທດ 2 ຄົນ​ໄດ້​ປ່ອຍ​ຕົວ​ຈະ​ແມ່ນ​ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວມວິ​ວັດ​ທະ​ນາການ​ເຈ​ລະ​ຈາ​ໃນ​ເດືອນ​ 2 ຢູ່ Ecuador, ເຊິ່ງ​ແມ່ນ​ປະ​ເທດ​​ເປັນ​ກາງໄກ່​ເກ່ຍ. ໃນ​ຂະ​ນະ​ນັ້ນ, ELN ຈະ​ຕ​້ອງ​ປ່ອຍ​ຕົວ​ສະ​ມາ​ຊ​ິກ​ສະ​ພາ​ແຫ່ງ​ຊາດ​ Choco Odin Sanchez, ຊຶ່ງ​ແມ່ນຜູ້​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ແຕ່​ເດືອນ 8/2013. ນີ້​ແມ່ນ​ເງື່ອນ​ໄຂ​ຂອງ​ລັດ​ຖະ​ບານ Colombia ເພື່ອ​ສາ​ມາດ​ດຳ​ເນີນ​ກາ​ນ​ເຈ​ລະ​ຈາ.


ຂ່າວ/ບົດ​ອື່ນ