ລັດຖະບານ ອາເມລິກາ ຢຸດຕິການເຄື່ອນໄຫວ

ລັດຖະບານ ອາເມລິກາ ຢຸດຕິການເຄື່ອນໄຫວ - ảnh 1
ທ່ານ​ປະທານາທິບໍດີ Barack Obama
(ພາບ: Reuters.)

(vovworld) – ​ເວລາ 11 ​ໂມງ​ຂອງ​ວັນ​ທີ 1/10, ບັນດາ​ອົງການ​ລັດຖະບານ​​ແຫ່ງສະຫະລັດ ອາ​ເມ​ລິ​ກາ ​ໄດ້​ຢຸດຕິ​ການ​ເຄື່ອນ​ໄຫວ​ຍ້ອນ​ໝົດ​ງົບປະມານ ຍ້ອນ​ວ່າ​ນີ້​ແມ່ນ​ຈຸດ​ເວລາ​ສິ້ນ​ສຸດ​ປີ​ງົບປະມານ​ 2013. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວລາ 17 ປີຜ່ານມາ ຍ້ອນ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນ​ງົບປະມານ​ໃໝ່. ຄາດ​ວ່າ, ມີ​ລັດຖະກອນ​ ອາ​ເມ​ລິ​ກາ ປະມານ​​ແຕ່ 800.000 – 1 ລ້ານ​ຄົນ​ຕ້ອງ​ພັກ​ການ​ໂດຍ​ບໍ່ຮັບເງິນ​ເດືອນ, ທະຫານ 1,4 ລ້ານ​ຄົນ​ຈະ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ແຕ່​ອາດ​ຈະຮັບ​ເງິນ​ເດືອນ​ຊ້າ, ອົງການ​ການບິນ​ອາ​ວະ​ກາດ (​NASA) ຈະ​ໃຫ້​ພະນັກງານ​ພັກ​ການ​ເກືອບ​ທັງ​ໝົດ.

    ທ່ານ​ປະທານາທິບໍດີ Barack Obama ກໍ່​ໄດ້​ເຊັນ​ຮັບຮອງ​ເອົາ​ກົດໝາຍ​ເພື່ອ​ຮັບປະກັນ​ໃຫ້​ທະຫານ​ໄດ້​ຮັບ​ເງິນ​ເດືອນ ​ໃນ​ຕະຫຼອດ​ໄລຍະ​ລັດຖະບານ​ຢຸດຕິ​ການ​ເຄື່ອນ​ໄຫວ​ຊົ່ວຄາວ.

    ກ່ອນ​ທີ່​ລັດຖະບານ ອາ​ເມ​ລິ​ກາ ​ປິດ​ປະຕູ​ພຽງ 2, 3 ນາທີ, ສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ໂຮມ​ປະຊຸມ​ເພື່ອ​ຍົກ​ອອກ​ຄຳ​ຮຽກຮ້ອງ​​ດຳ​ເນີນເຈລະຈາ​ກັບ​ສະພາ​ສູງ​ຢ່າງ​ເປັນ​ທາງ​ການ. ຕໍ່ໜ້າ​ສະພາບ​ການ​ລັດຖະບານ​​ປິດ​ປະຕູ, ສະມາຊິກ​ສະພາ​ຕຳ່​ບາງ​ທ່ານ​ສັງກັດພັກສາ​ທາ​ລະນະ​ຄາດ​ຄະ​ເນວ່າການ​ນຳ​ຂອງ​ເຂົາ​ເຈົ້າ​ຈະ​ປະ​ນິປະນອມ ​ແລະ ຮັບຮອງ​ເອົາ​ການ​ຕໍ່​ກຳນົດ​ເວລາ​​ແຜນງົບປະມານ​ສະຫະລັດ.

 

ຂ່າວ/ບົດ​ອື່ນ