ລັດຖະບານຍີ່ປຸ່ນປະກາດມອບຫຼຽນໄຊດວງຕາເວັນອອກໃຫ້ທ່ານໂຕຮຸຍເຣື໋ອ

ລັດຖະບານຍີ່ປຸ່ນປະກາດມອບຫຼຽນໄຊດວງຕາເວັນອອກໃຫ້ທ່ານໂຕຮຸຍເຣື໋ອ - ảnh 1
​ທ່ານ ໂຕ​ຮຸຍ​ເຣ​ື໋ອ, ປະ​ທານ​ກຸ່ມ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ
(ພາບ​ປະ​ກອບ)

(vovworld) - ວັນ​ທີ 03/11, ໃນ​ການ​ປະ​ດັບ​ຫຼຽນ​ໄຊ​ໃຫ້​ຊາວ​ຕ່າງ​ປະ​ເທດ, ລັດ​ຖະ​ບານ​ຍີ່​ປຸ່ນ ປະ​ກາດ​ມອບ​ຫຼຽນ​ໄຊ​ດວງ​ຕາ​ເວັນ​ອອກ ໃຫ້​ແກ່​ທ່ານ ໂຕ​ຮຸຍ​ເຣ​ື໋ອ, ປະ​ທານ​ກຸ່ມ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ, ເພື່ອ​ເປັນ​ການ​ຮັບ​ຮູ້​ບັນ​ດ​າ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ທ່ານ ໂຕ​ຮຸຍ​ເຣ​ື໋ອ ໃນ​ກາ​ນ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍີ່​ປຸ່ນ ແລະ ຫວຽດ​ນາມ. ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ​ໄດ້ເນັ້ນ​ໜັກ​ວ່າໃນປີ 2011, ​ຂະ​ນະ​ທີ່​ທ່ານພວມ​​ດຳ​ລົງ​ຕຳ​ແໜ່ງ​ເປັນ​ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງນັ້ນ, ທ່ານ ໂຕ​ຮຸຍ​ເຣ​ື໋ອ ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ກຸ່ມ​ມ​າ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ ຕື່ມ​ອີກ. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ທ່ານ​ໄດ້​ສ້າງ​​ຕັ້ງການ​ພົວ​ພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງ​ກັບ​ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຍີ່​ປຸ່ນ, ຜ່ານນັ້ນ ໄດ້​ປະ​ກອ​ບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນຂອງກ​ານ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ - ຫວຽດ​ນາມ ຜ່ານ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ ເພື່ອ​ໃຫ້​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ 2 ປະ​ເທດ ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນກວ່າ​ອີກ. ນອກນັ້ນ, ທ່ານ ໂຕ​ຮຸຍ​ເຣ​ື໋ອ ຍາມ​ໃດ​ກໍ່​ສະ​ຫງວນ​ເ​ຫື່ອ​ແຮງ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການ​ພົວ​ພັນ​ຍີ່​ປຸ່ນ - ຫວຽດ​ນາມ.

ຂ່າວ/ບົດ​ອື່ນ