ລັດຖະບານປະຊຸມຕີລາຄາກ່ຽວກັບສະພາບບຸນເຕັດປີວອກ2016

ລັດຖະບານປະຊຸມຕີລາຄາກ່ຽວກັບສະພາບບຸນເຕັດປີວອກ2016 - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
ເປັນ​ປະທານ​ວາລະ​ປະຊຸມ​ຂອງ​ລັດຖະບານ)

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 15/02, ຢູ່ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ວາລະ​ປະຊຸມ​ຂອງ​ລັດຖະບານ ​ເພື່ອ​ຕີ​ລາຄາ​ລວມກ່ຽວ​ກັບ​ສະພາບ​​ປີ​ໃໝ່​ປະຈຳ​ຊາດ​ປີ​ວອກ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ພາຍຫລັງ​ບຸນ​ເຕັດ. ກ່າວ​ຄຳ​ເຫັນ​ສະຫລຸບ​ວາລະ​ປະຊຸມ, ທ່ານ​ຮອງ​ນາຍົກລັດ​ຖຸະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ວຽກ​ງານ​ ເຊິ່ງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆໄດ້ປະຕິບັດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຜ່ານ​ມາ, ພິ​ເສດ ​ແມ່ນ​ໄດ້ປະຕິບັດ​​ຄຳ​ສັ່ງ​ຊີ້​ນຳ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີຢ່າງເຂັ້ມງວດ, ​ເປັນ​ເຈົ້າ​ການ​ປະຕິບັດໜ້າ​ທີ່​ ທີ່​ໄດ້ຮັບ​ມອບໝາຍ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ຕ້ອນຮັບ​ບຸນ​ເຕັດໃນຄວາມ​ປອດ​​ໄພ, ​ເບີກບານ​ມ່ວນ​ຊື່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສືບຕໍ່ປະຕິບັດ​ບັນດາ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີຢ່າງເຂັ້ມງວດ, ສ້າງ​​ໂຄງການ​ດຳ​ເນີນ​ງານ​ລະອຽດ, ສູ້​ຊົນ​ເພື່ອໃຫ້ຄາດໝາຍ​ເຕີບ​ໂດ​ດ້ານ​ເສດຖະກິດ​ໃນ​ປີ​ນີບັນລຸ 6,5%; ປະຕິບັດ​ບັນ​ດາ​ຄາດໝາຍ ຊຶ່ງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 12 ​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.

 

ຂ່າວ/ບົດ​ອື່ນ